“ການຮ່ວມມື ສ້າງລະບົບນິເວດ ແລະ ຍົກລະດັບພັດທະນາອຸດສາຫະກໍາຄໍາລາວ ແບບຄົບວົງຈອນ ແນໃສ່ການຈັດຕັ້ງຜັນຂະຫຍາຍ ແນວທາງ ວິໄສທັດຂອງພັກ ແລະ ລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ນັບມື້ນັບໝັ້ນຄົງຍືນຍົງເຂັ້ມແຂງ”
ພິທີເຊັນສັນຍາ ການຮ່ວມພັດທະນາ (JDA) ວ່າດ້ວຍການສຶກສາແຜນການ ແລະ ດໍາເນີນທຸລະກິດກ່ຽວກັບແຮ່ຄໍາ ແລະ ແຮ່ຕິດພັນ ລະຫວ່າງ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ກັບ ລັດວິສາຫະກິດພັດທະນາແຮ່ທາດລາວ ໄດ້ຈັດຂຶ້ນ ໃນວັນທີ 9 ພຶດສະພາ 2025 ທີ່ໂຮງແຮມ ໂຮລີເດ ອິນ ນະຄອນຫຼວງວຽງຈັນ.
ຈຸດປະສົງຫຼັກໃນການເຊັນສັນຍາຄັ້ງນີ້ ແມ່ນເພື່ອຮ່ວມມືຄົ້ນຄວ້າເກັບກໍາຂໍ້ມູນ ແລະ ຄັດເລືອກຊອກເຂດທີ່ມີແຮ່ທາດ ເພື່ອກ້າວເຂົ້າສູ່ຂັ້ນຕອນການຂໍອະນຸຍາດລົງທຶນ ກໍຄືຂັ້ນຕອນການສໍາຫຼວດ ແລະ ຂຸດຄົ້ນ ປຸງແຕ່ງ ເພື່ອໃຫ້ມີແຫຼ່ງແຮ່ຮອງຮັບຕໍ່ການສະໜອງໃຫ້ແກ່ໂຮງກັ່ນຫຼອມຄໍາ ພາຍໃນປະເທດ ກ້າວໄປສູ່ການ ພັດທະນາລະບົບນິເວດ ແລະ ຍົກລະດັບອຸດສາຫະກໍາຄໍາລາວ ແບບຄົບວົງຈອນ ເພື່ອຜົນປະໂຫຍດສູງສຸດຂອງຊາດ.

ໃນໂອກາດນີ້, ທ່ານ ປອ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ ໄດ້ກ່າວມີຄຳເຫັນວ່າ: ການຮ່ວມມືໃນຄັ້ງນີ້ ແມ່ນຂີດຫມາຍຍຸດທະສາດທີ່ສຳຄັນໃນການຮ່ວມມືກັນ ລະຫວ່າງພາກລັດ ແລະ ເອກະຊົນ ວ່າດ້ວຍການຍົກລະດັບອຸດສາຫະກຳແຮ່ທາດລາວ ໃຫ້ກ້າວສູ່ການຜະລິດແຮ່ທາດແບບຄົບວົງຈອນ ຜ່ານກົນໄກການບໍລິຫານຈັດການ ການຂຸດຄົ້ນ-ປຸງແຕ່ງ ຊັບພະຍາກອນ ທີ່ມີທ່າແຮງເຊັ່ນ: ຄໍາ ແລະ ແຮ່ຄໍາ ມາເພີ່ມປະສິດທິພາບ ແລະ ປະສິດທິຜົນ ຈາກການຂຸດຄົ້ນໄດ້ວັດຖຸດິບ ປ້ອນເຂົ້າການຜະລິດເປັນຜະລິດຕະພັນ ຈົນກາຍເປັນສິນຊັບສາກົນທາງດ້ານການເງິນ ໃຫ້ແກ່ປະເທດ. ການເຊັນສັນຍາຄັ້ງນີ້ ກໍແມ່ນເພື່ອ ຍົກລະດັບ ແລະ ສ້າງລະບົບນິເວດໃໝ່ ໃຫ້ແກ່ອຸດສາຫະກໍາຄໍາລາວ ແບບຄົບວົງຈອນ ໂດຍສືບເນື່ອງຈາກ ການສ້າງຕັ້ງ ທະນາຄານຄໍາ ພາຍໃຕ້ວິໄສທັດ ແລະ ແນວຄິດຂອງລັດຖະບານ ໃຫ້ມີທະນາຄານຄໍາ ເພື່ອເປັນຄັງສະສົມ ສຳຮອງແຫ່ງຊາດ ແລະ ຄ້ຳປະກັນເສດຖະກິດໄລຍະຜ່ານມາ. ຄຽງຄູ່ກັນນີ້, ເພື່ອເຮັດໃຫ້ເກີດມີກິດຈະກໍາຕ່າງໆ ເປັນຕ່ອງໂສ້ຄົບວົງຈອນ ຈິ່ງໄດ້ມີການສ້າງຕັ້ງໂຮງກັ່ນຫລອມຄໍາ ທີ່ມີກຳລັງຜະລິດ 150 ໂຕນ/ປີ ທີ່ທັນສະໄຫມ ພາຍໃນປະເທດ ທີ່ຕິດອັນດັບຕົ້ນໆຂອງໂລກ ທີ່ສາມາດກັ່ນຫຼອມຄໍາໄດ້ມາດຕະຖານ ຄຸນນະພາບ ຄວາມບໍລິສຸດ 99,99% ເຊິ່ງເປັນມາດຕະຖານ LBMA ທີ່ອຸດສາຫະກໍາຄໍາໂລກມີຄວາມຕ້ອງການ ແລະ ຍອມຮັບໃຫ້ເປັນສິນຊັບທາງດ້ານການເງິນສາກົນ ມາຄ້ຳປະກັນ ເຂົ້າໃນລະບົບເສດຖະກິດ-ການເງິນ ແຫ່ງຊາດ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ໃນໂອກາດດຽວກັນ, ທ່ານ ຈັນທະເລດ ວໍລະບຸດ, ຜູ້ອໍານວຍການ ລັດວິສາຫະກິດ ພັດທະນາແຮ່ທາດລາວ ກໍໄດ້ມີຄຳເຫັນວ່າ: ການເຊັນສັນຍາຮ່ວມມືໃນມື້ນີ້ ເປັນພຽງຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ ໂຄງການຮ່ວມມື ຍັງຈະຕ້ອງໄດ້ດໍາເນີນຫຼາຍໜ້າວຽກເຊັ່ນ: ການສຶກສາຂໍ້ມູນສໍາຫລວດ ແລະ ການຊອກຫາແຫຼ່ງວັດຖຸດິບ, ຕະຫຼາດຈໍາໜ່າຍ ແລະ ອື່ນໆ ເຊິ່ງຕ້ອງໄດ້ຮັບການສະໜັບສະໜູນຈາກພາກລັດກໍຄືຈາກການນໍາຂັ້ນເທິງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ. ໃນນາມ ລັດວິສາຫະກິດ ພັດທະນາແຮ່ທາດລາວ ຂໍຢັ້ງຢືນວ່າ ຈະສຸມໃສ່ທຸກກໍາລັງແຮງ ແລະ ຄວາມສາມາດທີີ່ມີ ຢ່າງຕັ້ງໜ້າ ຮ່ວມມືກັບ ບໍລິສັດ PTL Holding ຈໍາກັດ ເພືີ່ອຈັດຕັ້ງປະຕິບັດຕາມເປົ້າໝາຍ ຂອງສັນຍາການຮ່ວມມືພັດທະນາ (JDA) ສະບັບນີ້ ດ້ວຍຄວາມຮັບຜິດຊອບສູງ, ສົມກັບເປັນລັດວິສາຫະກິດ ທີີ່ຕາງໜ້າ ລັດຖະບານ ໃນການດໍາເນີນທຸລະກິດທາງດ້ານແຮ່ທາດ ແລະ ບໍ່ແຮ່, ເພືີ່ອເຂົ້າຖືຮຸ້ນ ບັນດາໂຄງການພັດທະນາແຮ່ທາດ, ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ພັດທະນາໂຄງການປຸງແຕ່ງ, ຜະລິດ ແລະ ຈໍາໜ່າຍຜະລິດຕະພັນແຮ່ທາດ ທັງພາຍໃນ ແລະ ຕ່າງປະເທດ, ດໍາເນີນວຽກງານບໍລິການຕ່າງໆທີີ່ຕິດພັນກັບວຽກງານແຮ່ທາດ; ສົມທົບກັບບັນດາກົມ, ລັດວິສາຫະກິດທີີ່ຂຶ້ນກັບກະຊວງ ເພື່ອອຄົ້ນຄວ້າ ແລະ ສ້າງວິໄສທັດ, ນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາຊັບພະຍາກອນແຮ່ທາດ ເພື່ອຜັນຂະຫຍາຍຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.

ລະບົບນິເວດອຸດສາຫະກຳຄຳດັ່ງກ່າວນີ້ ເມື່ອໄດ້ຮັບການພັດທະນາ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາແລ້ວຈະສາມາດປະກອບສ່ວນ ສ້າງຜົນປະໂຫຍດໃຫ້ແກ່ລັດຖະບານ ດ້ານສິນຊັບສາກົນ, ຫຼັກຊັບຄ້ຳປະກັນ, ເພີ່ມສະພາບຄ່ອງເຂົ້າໃນລະບົບເສດຖະກິດ, ຫຼຸດຜ່ອນອັດຕາເງິນເຟີ້, ສ້າງຄວາມເຂັ້ມແຂງ ໃຫ້ສະກຸນເງິນກີບ ໃນການແລກປ່ຽນໄດ້ກັບເງິນຕາສະກຸນອື່ນໆ ອີກທັງຈະຊ່ວຍເພີ່ມໂອກາດໃຫ້ ສປປ ລາວ ສາມາດເຂົ້າສູ່ຕະຫຼາດການເງິນສາກົນ ທີ່ກວ້າງຂວາງເຂັ້ມແຂງກວ່າເກົ່າ ແລະ ຍັງຈະເປັນ ກຸນແຈອັນສໍາຄັນ ໃນການປົດລັອກທ່າແຮງ ດ້ານອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄໍາຂອງປະເທດ ໃຫ້ເປັນສິ່ງເອກອ້າງ ແລະ ໃບໜ້າອັນໃໝ່ ໃຫ້ ສປປ ລາວ ສາມາດແຂ່ງຂັນ ແລະ ເຊື່ອມໂຍງໄດ້ ກັບພາກພື້ນ ແລະ ສາກົນ.

ການເຊັນຍາດັ່ງກ່າວ ຝ່າຍບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ລົງນາມໂດຍ ທ່ານ ປອ. ຈັນທອນ ສິດທິໄຊ, ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ແລະ ຝ່າຍລັດວິສາຫະກິດພັດທະນາແຮ່ທາດລາວ ລົງນາມໂດຍ ທ່ານ ຈັນທະເລດ ວໍລະບຸດ, ຜູ້ອໍານວຍການ ລັດວິສາຫະກິດພັດທະນາແຮ່ທາດລາວ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມນັ້ນ ມີບັນແຂກຜູ້ມີກຽດຈາກຫຼາຍພາກສ່ວນຂອງ ພັກ-ລັດຖະບານ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.