ເປີດບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈຳກັດ ອີກຊ່ອງທາງໜຶ່ງໃນການພັດທະນາການທ່ອງທ່ຽວ ແລະ ກິລາລາວ

0
63

ບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈຳກັດ ໄດ້ເປີດຢ່າງເປັນທາງການເມື່ອຕອນແລງຂອງວັນທີ 10 ພຶດສະພາ 2025 ທີ່ສະໂມສອນລວມດາວ ໃນສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານປ້າ ແສງເດືອນ ຫຼ້າຈັນທະບູນ ອະດີດ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ສະຫະພັນ ກິລາປິ່ງປອງແຫ່ງຊາດລາວ, ທ່ານ ໄຊຊະນະ ສິດຕິພອນ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ຫຼີ ຫມິງ ສົງ ( Li Ming Song ) ປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈຳກັດ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກິລາປິ່ງປ່ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຫຼີ ຫມິງ ສົງ ( Li Ming Song ) ປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈໍາກັດ ກ່າວວ່າ: ໃນຖານະເປັນບໍລິສັດທີ່ສຸມໃສ່ການທ່ອງທ່ຽວກິລາ, ພວກເຮົາຈະຖື “ຄວາມເປັນມືອາຊີບ, ນະວັດຕະກໍາໃໝ່ ແລະຄວາມຍືນຍົງ” ເປັນແນວຄວາມຄິດຫຼັກຂອງພວກເຮົາ, ຄົ້ນຫາຮູບແບບໃຫມ່ຂອງກິລາ + ການທ່ອງທ່ຽວ, ພ້ອມທັງ ສ້າງຂະບວນການໃຫມ່ສໍາລັບການພັດທະນາອຸດສາຫະກໍາກິລາຂອງລາວອີກດ້ວຍ ເຊິ່ງພວກເຮົາຮູ້ດີວ່າ ການເຕີບໂຕຂອງວິສາຫະກິດບໍ່ສາມາດປາສະຈາກການສະໜັບສະໜູນຂອງທຸກໆຝ່າຍໄດ້. ໃນອານາຄົດຕໍ່ໜ້ານີ້, ພວກເຮົາຈະສືບຕໍ່ປະຕິບັດໜ້າທີ່ເພື່ອສັງຄົມຢ່າງຕັ້ງໜ້າ, ເຮັດວຽກຢ່າງໃກ້ຊິດຕິດເຖດກັບລັດຖະບານ ແລະ ມວນຊົນລາວ , ພ້ອມທັງຮ່ວມກັນສ້າງຊື່ສຽງທາງດ້ານການທ່ອງທ່ຽວແບບກິລາທີ່ມີອິດທິພົນສູ່ສາກົນ, ເພື່ອໃຫ້ຊາວໂລກເຫັນໄດ້ເຖິງຄວາມມີພາລະກຳລັງ ແລະ ແບບແຜນຂອງລາວ ໃນອະນາຄົດ ບໍລີສັດ ວຽງຈັນຈະເລີນທ່ອງທ່ຽວກິລາ ຈໍາກັດ ຈະຍຶດໝັ້ນແນວຄວາມຄິດ “ສ້າງສຸຂະພາບຮ່ວມກັນ ແບ່ງປັນອະນາຄົດ” ແລະ ຮ່ວມແຮງຮ່ວມໃຈກັບທຸກພາກສວນໃນລາວ ເພື່ອໃຫ້ສຽງດັງກ້ອງໄປທົ່ວກັງວານຕາມຝັ່ງແມ່ນ້ຳຂອງ.

ຫຼັງຈາກນັ້ນ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຂຶ້ນກ່າວເປີດ ບໍລີສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈໍາກັດ ຢ່າງເປັນທາງການ.

ນອກຈາກນັ້ນໃນພິທີດັ່ງກ່າວຍັງມີພິທີລົງນາມມອບ-ຮັບ ທຶນຊ່ວຍເຫຼືອສ້າງສະໂມສອນຝຶກແອບກິລາປິ່ງປ່ອງຊາວໜຸ່ມ ເຍົາວະຊົນລາວ ໃຫ້ກຽດລົງນາມໂດຍ ທ່ານ ຫຼີ ຫມິງ ສົງ ( Li Ming Song ) ປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວ ກິລາ ຈໍາກັດ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານ ສະຫະພັນ ກິລາປິ່ງປອງແຫ່ງຊາດລາວ.
ທັງນີ້ໃນວັນດັ່ງກ່າວຍັງມີການແຂ່ງຂັນກິລາປິ່ງປ່ອງມິດຕະພາບ 4 ພາກສ່ວນຜ່ານການແຂ່ງຂັນປາກົດວ່າ: ຊະນະເລີດຕົກເປັນຂອງ ທີມນັກທຸລະກິດຈີນ ຈາກກໍາປູເຈຍ, ອັນດັບ 2 ທີມວຽງຈັນຈະເລີນ ທ່ອງທ່ຽວ ກິລາ, ອັນດັບ 3 ທີມລວມດາວ ແລະ ອັນດັບ 4 ທີມດາລາວອນ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here