ໃນວັນທີ 9 ພຶດສະພາ 2025 ທີ່ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ໄດ້ເຕົ້າໂຮມກັນ ສ້າງຂະບວນການເພື່ອຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ພ້ອມທັງເປັນການຜັນຂະຫຍາຍມະຕິກອງປະຂຸມໃຫບ່ ຄັ້ງທີ 8 ຂອງຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ໃຫ້ປະກົດຜົນເປັນຈິງ ແລະ ເປັນການສ້າງຂະບວນການສາມັກຄີ ພາຍໃນຊາວໜຸ່ມເມືອງ ໃຫ້ມີຂະບວນການຟົດພື້ນ.
ເຂົ້າຮ່ວມມີ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ຄູນໄຊ ມະນີວົງ ຄະນະພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພືກສາ ພ້ອມນັ້ນຍັງມີ ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຜູ້ອໍານວນການໂຮງຮຽນ, ຕູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ຄູນໄຊ ມະນີວົງ ກ່າວວ່າ: ໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ເວົ້າລວມ ເວົ້າສະເພາະ ຊາວເມືອງນາຊາຍທອງ ພວມອອກແຮງແຂ່ງຂັນ, ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງ ທີ X ຂອງສູນກາງພັກ, ມະຕິ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ.ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ຄັ້ງທີIX ຂອງຜູ້ແທນຊາວໜຸ່ມນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງນາຊາຍທອງ ທີ່ເຕັມໄປດ້ວຍບັນຍາກາດຄຶກຄື້ນ. ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງຜູ້ແທນຊາວໜຸ່ມເມືອງນາຊາຍທອງ ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ພ້ອມດຽວກັນນີ້ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ວັນຄ້າຍວັນ
ເກີດ ປະທານໄກສອນ ພົມວິຫານ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໃຫ້ເປັນຂະບວນການຟົດຟື້ນ. ພິເສດ ແມ່ນເປັນການສ້າງຂະບວນ ຊົມເຊີຍ ຜົນສໍາເລັດກອງປະຊຸມ
ໃຫຍ່ ຄັ້ງທີ X ຂອງຜູ້ແທນຊາວໜຸ່ມທົ່ວເມືອງນາຊາຍທອງ ຕິດພັນກັບການສ້າງຂະບວນການ ຊົມເຊີຍ
ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງນາຊາຍທອງ.ບົນພື້ນຖານຈິດໃຈດັ່ງກ່າວຂ້າງເທິງນັ້ນ ຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ, ຄະນະນໍາຫ້ອງການສຶກສາເມືອງ, ຜູ້ອໍານວຍການໂຮງຮຽນ, ຄູ – ອາຈານ, ຜູ້ປະກອບການທຸລະກິດ ແລະ ບັນດາຫ້ອງການຕ່າງໆ ອ້ອມຂ້າງເມືອງ. ບັນດາອົງການຈັດຕັ້ງດັ່ງກ່າວ ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການສະໜັບສະໜູນທາງດ້ານວັດວັດຖຸ – ປັດໃຈ. ພິເສດ ໄດ້ຮັບການສະໜັບສະໜູນ ແລະ ເອື້ອອຳນວຍຄວາມສະດວກ ທາງດ້ານສະຖານທີ່ຈັດງານ ຈາກທ່ານ ພູວົງ ພະມີສິດ ປະທານສວນພຶກສາ ຈິ່ງສາມາດຈັດງານພົບປະຊາວໜຸ່ມ ທົ່ວເມືອງນາຊາຍທອງ ປະຈຳປີ 2025 ຂຶ້ນຢູ່ໃນສະຖານທີ່ແຫ່ງນີ້.
ຈຸດປະສົງຂອງການຈັດງານພົບປະຊາວໜຸ່ມ ໃນຄັ້ງນີ້ ເພື່ອເປັນການປູກຈິດສຳນຶກໃຫ້ສະມາຊິກ
ຊາວໜຸ່ມ ໄດ້ຮັບຮູ້ໃນການເຄື່ອນໄຫວກິດຈະກຳດ້ານຕ່າງໆ ເຮັດໃຫ້ເຂົາເຈົ້າໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງ ສະມາຊິກຊາວໜຸ່ມ ຢູ່ໂຮງຮຽນພາກລັດ ກັບໂຮງຮຽນພາກເອກະຊົນ ເຮັດໃຫ້ເຂົາເຈົ້າໄດ້ຮູ້ຈັກຄວາມສາມັກຄີຮັກແພງ ແລະ ຮູ້ຈັກຊ່ວຍເຫຼືອເຊິ່ງກັນ ແລະກັນ, ຮູ້ຈັກເກມການແຂ່ງຂັນ ຮູ້ແພ້ ຮູ້ຊະນະ, ຮູ້ໃຫ້ອາໄພກັນ ສ້າງໃຫ້ສະມາຊິກຊາວໜຸ່ມ ໄດ້ມີໂອກາດກ້າສະແດງອອກ ທາງດ້ານຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນຂອງຕົນເອງ, ພ້ອມດຽວກັນນີ້ກໍ່ເພື່ອເປັນການຍົກສູງ ບົດບາດຂອງອົງການຈັດຕັ້ງຊາວໜຸ່ມ ໃຫ້ມີຂະບວນການທີ່ພົ້ນເດັ່ນ ແລະ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. ງານພົບປະຊາວໜຸ່ມ ໃນຄັ້ງນີ້ ມີກິດຈະກຳ ເຂົ້າຮ່ວມ ສະແດງ ແລະແຂ່ງຂັນ ທັງໝົດ 6 ກິດຈະກຳ ຄື:
- ກິດຈະກິດ ແຂ່ງຂັນສິລະປະ ວັນນະຄະດີ ຂັບລໍາທ້ອງຖິ່ນ (ຮ້ອງເພັງດຽວ) .
- ກິດຈະກໍາ ຟ້ອນລວມໝູ່ຍິງ-ຊາຍ .
- ກິດຈະກໍາ ຕອບຄໍາຖາມຄວາມຮູ້ຮອບຕົວ.
- ກິດຈະກໍາເດີນແຟຊັນໂຊ (ສິ່ງປະດິດຈາກສິ່ງເຫຼືອໃຊ້).
- ກິດຈະກໍາ ເປຕັ່ງ.
- ກິດຈະກໍາ ທີ່ກອບຊາວບ້ານ.