ເປີດສູນອະນຸລັກພັນແຂ້ພື້ນເມືອງຢູ່ ເມືອງຈຳພອນ

0
69

ເມື່ອບໍ່ດົນມານີ້ຢູ່ແຂວງສະຫວັນນະເຂດໄດ້ ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວຂຶ້ນທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.

May be an image of tree
ຂໍ້​ມູນ​ຈາກ​ອົງ​ການ​ອະ​ນຸ​ລັກ​ສັດ​ປ່າໃຫ້​ຮູ້​ວ່າ: ປັດ​ຈຸ​ບັນມີແຂ້ພັນພື້ນເມືອງລາວບໍ່​ເຖິງ 1,000 ໂຕ (crocodylussiamensis) ທີ່ຍັງເຫຼືອຢູ່ໃນທຳມະຊາດ, ແຂ້ຊະນິດພັນນີ້ ຖືກຈັດໃຫ້ເປັນສັດປ່າທີ່ໃກ້ຈະສູນພັນໃນບັນຊີແດງຂອງອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN). ທີ່ດິນບໍລິເວນນໍ້າເຊຈໍາພອນຕັ້ງຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ຊຶ່ງແມ່ນຕົວແທນຂອງສອງເຂດຣາມຊາທີ່ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ເປັນຖິ່ນທີ່ຢູ່ອາໄສຂອງຊີວະນານາພັນສັດນ້ຳທີ່ອຸດົມສົມບູນ, ພ້ອມທັງເປັນບ່ອນຢູ່ອາໄສຂອງໜຶ່ງໃນປະຊາກອນສັດປ່າແຫ່ງສຸດທ້າຍຂອງໂລກເປັນຕົ້ນແມ່ນແຂ້ນໍ້າຈືດທີ່ໃກ້ຈະສູນ ພັນ, ຊະນິດເຕົ່າທີ່ໃກ້ຈະສູນພັນ ແລະ ນົກໃນເຂດທີ່ດິນບໍລິເວນນໍ້າ.

May be an image of crocodile
ສູນອະນຸລັກແຂ້ພື້ນເມືອງແຫ່ງນີ້ ຈະສະໜອງຂໍ້ມູນດ້ານຄວາມຫຼາກຫຼາຍທາງດ້ານຊີວະນານາພັນຂອງເຂດທີ່ດິນບໍລິເວນນໍ້າເຊຈໍາພອນໂດຍສະເພາະແມ່ນແຂ້ພື້ນເມືອງລາວໃຫ້ນັກທ່ອງທ່ຽວເຂົ້າເຖິງຂໍ້ມູນ ແລະ ມີຄວາມເຫັນອົກເຫັນໃຈຕໍ່ແຂ້ນ້ຳຈືດພື້ນເມືອງລາວທີ່ໃກ້ຈະສູນພັນຂັ້ນວິກິດແລ້ວ ແລະ ສະແດງໃຫ້ເຫັນເຖິງວຽກງານການອະນຸລັກທີ່ດໍາເນີນໂດຍຊຸມຊົນຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນ ໂດຍສະເພາະຄູ່ຮ່ວມງານຫຼັກຄື: ຫ້ອງການກະສິກຳ ແລະ ປ່າ​ໄມ້ ເມືອງຈຳ​ພອນ ແລະ ຄູ່ຮ່ວມງານ ແລະ ພາກສ່ວນອື່ນໆ.

May be an image of crocodile

ສູນອະນຸລັກແຂ້ພື້ນເມືອງລາວຍັງຂໍເຊີນຊວນທຸກທ່ານເຂົ້າມາຢ້ຽມຊົມ ແລະ ຮຽນຮູ້ກ່ຽວກັບສັດປ່າທີ່ເປັນສັດປະຈຳທ້ອງຖິ່ນໃນເຂດທີ່ດິນບໍລິເວນນ້ຳເຊຈຳພອນທີ່ໃກ້ຈະສູນພັນ ແລະ ສາມາດພົບເຫັນໄດ້ໃນທຳມະຊາດຢູ່ແຂວງສະຫວັນນະເຂດຜ່ານຂໍ້ມູນທີ່ໄດ້ຖືກຕິດຕັ້ງໄວ້ຢູ່ຕາມທາງຍ່າງທັງພາຍໃນ ແລະ ນອກຂອງອາຄານ ພ້ອມກັບມີການຈຳລອງຖິ່ນທີ່ຢູ່ອາໄສຂອງແຂ້ທັງເປັນພາບວາດຝາຜະໜັງ ແລະ ມີຈຸດຊົມແຂ້ສຳລັບນັກທ່ອງທ່ຽວທີ່ມີຄວາມປອດໄພ ແລະ ສວຍງາມ.

ແຂ້ນໍ້າຈືດສາຍພັນພື້ນເມືອງລາວນີ້ບໍ່ໄດ້ຂຶ້ນຊື່ວ່າເປັນສັດດຸຮ້າຍ ແລະ ບໍ່ແມ່ນສັດທີ່ມີໄພຕໍ່ມະນຸດ. ປະຊາຊົນທີ່ອາໄສຢູ່ໃກ້ເຂດບ່ອນຢູ່ອາໄສຂອງແຂ້ສາຍພັນນີ້ຍັງສືບຕໍ່ຫາປາ ແລະ ປູກຝັງຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ ເນື່ອງຈາກແຂ້ຖືກຍົກສູງໃຫ້ເປັນທີ່ເພິ່ງທາງຈິດໃຈ ແລະ ນຳເອົາຄວາມໂຊກດີມາໃຫ້ຊຸມຊົນທ້ອງຖິ່ນ.
ໂຄງການອະນຸລັກແຂ້ນໍ້າຈືດໂດຍການຮ່ວມມືຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ລັດຖະບານໄດ້ຈັດຂຶ້ນຢູ່ 4 ເມືອງເປົ້າໝາຍ (ເມືອງຊົນນະບູລີ, ຈຳພອນ, ສອງຄອນ ແລະ ໄຊບູລີ) ແຂວງສະຫວັນນະເຂດ ເພື່ອແນໃສ່ຟື້ນຟູປະຊາກອນສັດ​ຊະ​ນິດ​ນີ້.
ໄຂ່​ແຂ້ໄດ້ຖືກເກັບ ແລະ ຂົນຍ້າຍໄປໄວ້ຢູ່ທີ່ສູນຟັກໄຂ່ແຂ້ເພື່ອນຳໄປບົ່ມຝັກອຸນນະພູມທີ່ເໝາະສົມປະມານ 2 ເດືອນເມື່ອ​ໄຂ່​ແຂ້​ເບາະ​ອອກ​ມາ​ແລ້ວ, ລູກແຂ້​ຈະ​ຖືກ​ອະນຸບານຕໍ່ອີກ​ປະມານ 32 ​ເດືອນໂດຍ​​ຈະ​ມີ​ຄວາມ​ຍາວ​ເກີນ 1 ​ແມັດ ​ແລ້ວຈຶ່ງຖືກ​ປ່ອຍ​ຄືນ​ສູ່​ທໍາມະຊາດໃນທີ່ດິນບໍລິເວນນໍ້າ, ແຂ້ນ້ອຍທັງໝົດ 68 ໂຕ ໄດ້ຖືກປ່ອຍຄືນສູ່ທໍາມະຊາດໃນ​ປີ​ນີ້. ປັດຈຸບັນມີແຂ້ນ້ອຍນໍ້າຈືດ 163 ໂຕກໍາລັງຖືກອະນຸບານໂດຍທີມງານອະນຸລັກແຂ້ຂັ້ນບ້ານ.

ນັບຕັ້ງແຕ່ໂຄງການໄດ້ລິເລີ່ມມາ, ໄດ້ມີການປ່ອຍແຂ້ໄປທັງໝົດ 183 ໂຕຄືນສູ່ທໍາມະຊາດໃນທີ່ດິນບໍລິເວນນໍ້າເຊຈໍາພອນ, ມີການພົບຮັງໄຂ່ແຂ້ 6 ຫາ 8 ຮັງໃນແຕ່ລະປີ ແລະ ອີງຕາມຈຳນວນຮັງເຫຼົ່ານີ້, ໄດ້ມີການຄາດຄະເນ​ວ່າປະຊາກອນແຂ້ນໍ້າຈືດປະມານ 200 ຫາ 250 ໂຕທີ່ອາໄສຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ. ໂຄງການອະນຸລັກນີ້ເປັນສ່ວນໜຶ່ງຂອງໂຄງການ ‘ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານໃນ ສປປ ລາວ’ (ECILL) ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ຈັດຕັ້ງປະຕິບັດໂດຍອົງການອະນຸລັກສັດປ່າ (WCS).
ຂ່າວ: ຄຳ​ປະ​ສິດ

LEAVE A REPLY

Please enter your comment!
Please enter your name here