ຫຶງໂຫດຄາດຕະກໍາແຟນ ແຖມຂັບລົດຜູ້ຕາຍໜີ

0
175

ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ໃຫ້ຮູ້ວ່າ: ຄັ້ງວັນທີ 22 ເມສາ 2025 ທາງເຈົ້າໜ້າທີ່ຕຳຫຼວດ ສືບສວນ-ສອບສວນຄະດີອາຍາ ປກສ ເເຂວງ ຄໍາມ່ວນ ໄດ້ຮັບລາຍງາມວ່າ ມີເຫດຄາດຕະກໍາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ ຫຼັງຈາກໄດ້ຮັບລາຍງານ ,ເຈົ້າໜ້າທີ່ໄດ້ປະສານສົມທົບກັບກຳລັງທະຫານກອງພັນ09 ເຂດດົງໃຕ້, ໝວດຮັກສາຄວາມສະຫງົບປະຈໍາຢູ່ ບໍລິສັດ ຊິໂນ-ອາກຮີ ໂປຕາສ ແລະ ອຳນາດການປົກຄອງບ້ານໆ ດົງໃຕ້ ເມືອງທ່າແຂກ ເເຂວງຄໍາມ່ວນ ລົງຊັນນະສູດສະຖານທີ່ເກີດເຫດຈື່ງຮູ້ວ່າ : ຜູ້ເສຍຊີວິດຊື່ ນາງ ພິມມະສອນ ອາຍຸ 25 ປີ, ປະຊາຊົນຢູ່ບ້ານ ນາໂພທ່າ, ເມືອງທ່າແຂກ, ແຂວງຄຳມ່ວນ.
ດັ່ງນັ້ນທາງເຈົ້າຈື່ງໄດ້ເເຕ່ງຕັ້ງກຳລັງວິຊາສະເພາະປະສານສົມທົບກັບພາກສ່ວນກ່ຽວຂ້ອງຂື້ນບັນຊີເປົ້າໝາຍຈື່ງຮຸູ້ວ່າຜູ້ກໍ່ເຫດຊື່ ທ້າວ ຫຼາຍຫົງຟູ່ ອາຍຸ 39 ປີສັນຊາດເເລະເຊື່ອຊາດຈີນ ກຳມະກອນຢູ່ບໍລິສັດ ຢຸນໜານຈຽງໂຖ ທີ່ພັກເຊົາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ ເເລະນໍາຈັບຕົວໄດ້ໃນວັນທີ່ 07 ພຶດສະພາ 2025

May be an image of 10 people and text
ທ້າວ ຫຼາຍຫົງຟູ່ຮັບສາລະພາບກັບເຈົ້າໜ້າທີ່ສອບສວນວ່າຕົນເອງເເມ່ນໄດ້ຮູ້ຈັກ ເເລະຄົບຫາກັນເເບບບ່າວ-ສາວກັບ ນາງ ພິມມະສອນ (ຜູ້ເສຍຊິວິດ) ເຊິ່ງພົວພັນໄປມາຫາສູ່ກັນເປັນປະຈໍາພ້ອມທັງໄດ້ສົ່ງສຽງ ໃຫ້ເງິນນາງ ພິມມະສອນ ໃຊ້ຈ່າຍ ຕໍ່ມາເວລາປະມານ07:00 ໂມງຂອງວັນທີ່22 ເມສາ 2025 ນາງພິມມະສອນ (ຜູ້ເສຍຊິວິດ) ໄດ້ຍ່າງໄປຫາທ້າວ ຫຼາຍຫົງຟູ່ ຢູ່ຫ້ອງເເຖວເພື່ອໄປຖາມເອົາຟາດສະປອດນໍາ ທ້າວຫຼາຍຫົງຟູ່ ເພື່ອຈະຂ້າມໄປປະເທດໄທ ເເຕ່ ທ້າວຫຼາຍຫົງຟູ່ຕອບວ່າບໍ່ເຫັນ ເຈົ້າບໍ່ໄດ້ເອົາມາໃຫ້ຂ້ອຍໄວ້ ຈາກນັ້ນທ້າວຫຼາຍຫົງຟູ່ຈື່ງໄດ້ຂໍນອນນໍາ ນາງພິມມະສອນ (ຜູ້ເສຍຊິວິດ) ເເຕ່ຜູ້ກ່ຽວຂັດຂຶນບໍ່ຍອນມໃຫ້ ພ້ອມທັງເວົ້າຕື່ມວ່າໃຫ້ໄປສົ່ງຟາດສະປອດໃຫ້ຢູ່ຫ້ອງຂ້ອຍເດີ້ແລ້ວນາງ ພິມມະສອນ ຍ່າງກັບມາຫ້ອງຂອງຕົນ ຈາກນັ້ນທ້າວຫຼາຍຫົງຟູ່ຈຶ່ງໄດ້ຍ່າງໄປຖາມນາງພິມມະສອນວ່າ ເຈົ້າຊິໄປເຮັດຫຍັງປະເທດໄທ ໄປຫາຜູ້ບ່າວທີ່ເຈົ້າໂທນັດນັ້ນບໍ ເເລ້ວນາງພິມມະສອນຈື່ງເວົ້າວ່າ ເຈົ້າຢ່າມາວົນນໍາຊິວິດຂ້ອຍຫຼາຍ ພ້ອມທັງໃຊ້ຄໍາເວົ້າເເບບປ້ອຍດ່າພໍ່ເເມ່ອ້າຍນ້ອງຂອງທ້າວຫຼາຍຫົງຟູ່ ທັງສອງຈື່ງໄດ້ມີການຜິດຖຽງກັນຢ່າງຮຸນເເຮງ ເເລ້ວ ນາງ ພິມມະສອນ ຈື່ງໄດ້ເອົາມືຕົບໜ້າຂອງທ້າວຫຼາຍຫົງຟູ່ຈຳນວນ2 ບາດ ຈື່ງເຮັດໃຫ້ທ້າວ ຫຼາຍຫົງຟູ່ໃຈໂມໂຫພ້ອມດ້ວຍເຂົ້າມາຍູ້ນາງພິມມະສອນຈົນລົ້ມລົງໃສ່ຕຽງນອນເເລ້ວໃຊ້ມືຂວາບີບຄໍຈົນສາຍຄໍຄໍາຂາດອອກ ເເລ້ວໃຊ້ມືຊ້າຍຄົ່ມບ່າພ້ອມບີບຄໍປະມານ5ນາທິເຊິ່ງເຮັດໃຫ້ນາງພິມມະສອນໝົດສະຕິຂາດລົມຫາຍໃຈຈົນເສຍຊີວິດ.

May be an image of 5 people

ພາຍຫຼັງກໍ່ເຫດແລ້ວທ້າວຫຼາຍຫົງຟູ່ໄດ້ຈັບເອົາສາຍຄໍຄໍາມາຍັດໃສ່ເຄດໂທລະສັບຂອງຕົນ ແລະ ເອົາໂທລະສັບຂອງນາງພິມມະສອນຍັດໃສ່ຖົງໂສ້ງແລ້ວຍ່າງອອກໄປຫ້ອງຂອງຕົນເພື່ອຊອກຫາວິທິທາງທໍາລາຍຫຼັກຖານອໍາພາງຄະດີ ແລະ ຄິດຈະໃຊ້ນໍາມັນເຜົາຕົນເອງພ້ອມກັບຜູ້ເສຍຊີວິດແຕ່ໃນເວລານັ້ນໄດ້ມີໝູ່ຂອງມາງພິມມະສອນ ( ຜູ້ເສຍຊີວິດ) ມາເຄາະປະຕູເອີ້ນຫານາງ ພິມມະສອນທ້າວຫຼາຍຫົງຟູ ໄດ້ຍິນກໍ່ຍ່າງອອກໄປໄຂປະຕູໜ້າບ້ານຈຶ່ງເຫັນໝູ່ຂອງຜູ້ເຍຊີວິດຢືນຢູ່ໜ້າເຮືອນແລ້ວໄດ້ຖາມຫາ ນາງພິມມະສອນ ຜູ້ເສຍຊີວິດແລະສັ່ງຄວາມໄວ້ວ່າບອກລາວແນ່ແມ່ຂອງລາວໃຫ້ເມືອຫາຢູ່ເຮືອນທີ່ ບ້ານ ນາໂພທ່າ ທ້າວ ຫຼາຍຫົງຟູ ຈຶ່ງຕອບວ່າລາວຢູ່ໃນຫ້ອງແລ້ວຊິບອກໃຫ້ຫຼັງຈາກນັ້ນທ້າວຫຼາຍຫົງຟູຈຶ່ງໄດ້ຍ່າງອອກຈາກຫ້ອງ ແລະ ອັດປະຕູຫ້ອງເຂົ້າ ແລະ ຍ່າງອອກມາຫ້ອງພັກຂອງຕົນ ແລະ ໄດ້ເອົາໂທລະສັບ ພ້ອມດ້ວຍສາຍຄໍຄໍາໄປປະໄວ້ຢູ່ຫ້ອງນໍ້າຢູ່ຂ້າງຫ້ອງຂອງຕົນ ແລະ ຍ່າງອອກໄປຫາລົດກະບະລີໂວ້ສີຂາວເຊິ່ງເປັນລົດຂອງຜູ້ເສຍຊີວິດທີ່ຈອດຢູ່ໜ້າເຮືອນຂອງຜູ້ກ່ຽວແລະເຫັນວ່າລົດບໍ່ໄດ້ລັອກພ້ອມກຸນແຈລົດສຽບໄວ້ໃນລົດຈາກນັ້ນຜູ້ກ່ຽວຈຶ່ງໄດ້ເຂົ້າໄປລ໋ອກປະຕູໜ້າບ້ານໄວ້ແລ້ວຂັບຂີ່ລົດກະບະຄັນດັ່ງກ່າວອອກຈາກສະຖານທີ່ເກີດເຫດເພື່ອເອົາຕົວຫຼົບໜີການກະທໍາຜິດຄັ້ງນີ້ຜ່ານການກວດກາຕິດຕາມນໍາກັກໂຕຂອງເຈົ້າໜ້າທີ່ ຕົກມາຮອດເວລາ 20 : 00 ໂມງ ຂອງວັນທີ່ 7 ພຶດສະພາ 2025 ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນ ທ້າວຫຼາຍຫົງຟູ ( ຜູ້ກໍ່ເຫດຄາດຕະກໍາ) ກໍາລັງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງຢູ່ບ້ານດົງໄຕ້ເມືອງທ່າແຂກ ແຂວງຄໍາມ່ວນ ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວຜູ້ກ່ຽວ ມາດໍາເນີນຄະດີຕາມກົດໝາຍ.

May be an image of 1 person and text
ໃນວັນທີ່ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ ຫຼາຍຫົງຟູ ໄປທົດສະກໍາເຫດການຄືນເພື່ອເປັນຫຼັກຖານປະກອບສໍານວນຄະນະດີກ່ອນສົ່ງໄອຍາການຟ້ອງສານຕັດສິນ
ສ່ວນລົດກະບະລີໂວ້ ຂອງນາງພີມມະສອນ (ຜູ້ເສຍຊິວິດ) ທາງເຈົ້າໜ້າທີ່ຕຳຫຼວດພວກເຮົາແມ່ນສາມາດເກັບກູ້ຄືນມາໄດ້ ເຊິ່ງຜູ້ກໍ່ເຫດແມ່ນໄດ້ຈອດລົດຄັນດັ່ງກ່າວປະໄວ້ຢູ່ແຄມທາງ ເຂດບ້ານດົງໃຕ້
ພາບ-ຂ່າວ: ຄວາມສະຫງົບຄໍາມ່ວນ

LEAVE A REPLY

Please enter your comment!
Please enter your name here