ກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງເຕືອນເຖິງຜູ້ນໍາໃຊ້ບັນຊີສື່ສັງຄົມອອນລາຍໃນທົ່ວສັງຄົມໃຫ້ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ ໂດຍລະບຸວ່າ: ໃນເດືອນ ເມສາ 2025 ທີ່ຜ່ານມາ ທາງ Facebook page ຂອງການບິນລາວ ໄດ້ອອກແຈ້ງເຕືອນການຫຼອກລວງຜ່ານທາງອອນລາຍ ໂດຍການອ້າງຊື່ເປັນການບິນລາວ ສະເໜີໂປໂມຊັ່ນພິເສດໂຄສະນາຫາເຫຍື່ອຜ່ານທາງສື່ອອນລາຍ ເຊັ່ນ: ເຟສບຸກ, ວອດແອັບ ແລະ ອື່ນໆ ໂດຍຜ່ານການໃຊ້ວິທີການສົ່ງຂໍ້ຄວາມພ້ອມແນບລິ້ງ ຫຼື ໂທຫາເຫຍື່ອ ໂດຍອ້າງວ່າເຫຍື່ອໄດ້ຮັບລາງວັນ ສ້າງແຮງຈູງໃຈໃຫ້ເຫຍື່ອເຮັດຕາມຄໍາແນະນໍາ ອາດຈະໃຫ້ເຫຍື່ອລົງທະບຽນ ໂດຍປ້ອນຂໍ້ມູນສ່ວນຕົວຕ່າງໆ ຫຼື ຫຼອກໃຫ້ຕິດຕັ້ງແອັບພິເຄຊັ່ນ ທີ່ຈະໃຊ້ຄວບຄຸມໂທລະສັບຂອງເຫຍື່ອ ຊຶ່ງສາມາດເບິ່ງລະຫັດຜ່ານ ແລະ ລະຫັດ OTP, ເຮັດໃຫ້ຄົນຮ້າຍສາມາດລັກເອົາເງິນ ແລະ ຂໍ້ມູນສ່ວນຕົວຂອງເຫຍື່ອໄດ້. ປັດຈຸບັດເກີດການສູນເສຍເງິນເປັນຈໍານວນຫຼາຍ ພ້ອມທັງຂໍ້ມູນສ່ວນຕົວ.
ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້:
1. ຢ່າຫຼົງເຊື່ອການໂຄສະນາເກີນຈິງ ຫຼື ມີທີ່ມາບໍ່ໜ້າເຊື່ອຖື ຖ້າມີການສະເໜີເງິນ ຫຼື ລາງວັນຫຍັງ ໂດຍບໍ່ຮູ້ຄວາມເປັນມາໃຫ້ຄິດໄວ້ກ່ອນສະເໝີວ່າແມ່ນການຫຼອກລວງ;
2. ຖ້າບໍ່ແນ່ໃຈໃຫ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງຜ່ານຊ່ອງທາງທາງການຂອງພາກສ່ວນນັ້ນ ເພື່ອຢືນຢັນຄວາມຖືກຕ້ອງ ເຊັ້ນ: ຜ່ານທາງເບີໂທ, ອີເມວ ແລະ ອື່ນໆ;
3. ບໍ່ຄວນກົດລິ້ງໃດໆກໍ່ຕາມ ທີ່ມີແຫຼ່ງທີ່ມາບໍ່ຫນ້າເຊື່ອຖື;
4. ບໍ່ຄວນຕິດຕັ້ງແອັບພິເຄຊັ່ນທີ່ບໍ່ໜ້າເຊື່ອຖື ຊຶ່ງແອັບພິເຄຊັ່ນທີ່ຫນ້າເຊື່ອຖືພື້ນຖານຄວນຈະແມ່ນແອັບທີ່ຢູ່ໃນຮ້ານຄ້າທາງການທີ່ຮັບປະກັນຄວາມປອດໄພ ເຊັ່ນ: App Store, Google Play Store ແລະ ອື່ນໆ ພ້ອມທັງອ່ານລາຍລະອຽດສິດທິການເຂົ້າເຖິງມືຖືກ່ອນການຕິດຕັ້ງ ໂດຍບໍ່ຄວນເກີນຄວາມຈໍາເປັນການໃຊ້ງານຂອງແອັບພິເຄຊັ່ນນັ້ນ;
5. ຕິດຕາມຂ່າວສານ ແລະ ສືກສາຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງໄຊເບີ ເພື່ອໃຫ້ຮູ້ທັນໄພຄູກຄວາມທາງໄຊເບີ;
6. ຫາກມີຂໍ້ສົງໄສ ຫຼື ຕ້ອງການຄໍາແນະນໍາ ສາມາດຕິດຕໍ່ຫາກົມຄວາມປອດໄພໄຊເບີຜ່ານຊ່ອງທາງທີ່ມີໃນເວັບໄຊ https://www.dcs.gov.la ຫຼື https://www.laocert.gov.la ແລະ ໂທຂໍຄໍາປຶກສາ 021 254508 (ໃນໂມງລັດຖະການ) ຫຼື Call Center ຂອງບັນດາບໍລິສັດທີ່ກ່ຽວຂ້ອງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຜູ້ນໍາໃຊ້ສັງຄົມອອນລາຍໃຫ້ລະມັດລະວັງຕົນເອງ ຕາມແຈ້ງການນີ້ດ້ວຍ.