ໃນວັນທີ 8 ພຶດສະພາຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີເຊັນສັນຍາໂຄງການປັບປຸງ ອາຄານສຳນັກງານອົງການປົກຄອງນະ ຄອນຫຼວງວຽງຈັນ ລະຫວ່າງຫ້ອງວ່າການນະຄອນຫຼວງວຽງຈັນ ກັບ ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ຊຶ່ງຮ່ວມລົງນາມໂດຍ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ທ່ານ ແກ້ວປະສົງ ໄຊໂກສີ ປະ ທານບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ບັນດາຜູ້ຕາງໜ້າຈາກພະແນກການ ອົງການທຽບເທົ່າ ຫ້ອງວ່າການ ນວ ຂະແໜງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ສຳລັບໂຄງການປັບປຸງອາຄານສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນຕັ້ງຢູ່ຖະ ໜົນໂພນໄຊ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໂຄງການໜື່ງທີ່ສຳ ຄັນ ແລະ ການນຳຂັ້ນສູງເອົາໃຈໃສ່ໃຫ້ການຊີ້ນຳຢ່າງໃກ້ສິດຕິດແທດ ເພາະເປັນການກໍ່ສ້າງປັບປ່ຽນສີໜ້າຂອງອາຄານໃນສະພາບປັດຈຸບັນໃຫ້ຫັນໜ້າໄປໃສ່ສວນປະຕູໄຊພາກຂະຫຍາຍ (ໄລຍະທີ 1) ເຊີ່ງກົງກັນຂ້າມກັບສຳນັກງານນາຍົກລັດຖະມົນຕີ ເພື່ອໃຫ້ມີຄວາມກົມກືນປັບປຸງທັດ ສະນີຍະພາບສອດຄ່ອງກັບແຜນພັດທະນາຕົວເມືອງໜ້າຢູ່ຕາມທິດສີ ຂຽວ ຍືນຍົງ ແລະ ຮອງຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມໄລຍະ 5 ປີ (2025-2030) ແລະ ໃນຕໍ່ໜ້າ.

ເຊີ່ງຫາກໂຄງການນີ້ສໍາເລັດຈະເປັນສ້າງໃບໜ້າໃໝ່ຍົກສູງບົດບາດສຳນັກ ງານປົກຄອງ ນະຄອນຫຼວງວຽງຈັນ ໃນຖານະເປັນສະຖານທີີ່ທາງລັດຖະການສຳຄັນໃຈກາງຂອງ ນະຄອນຫຼວງວຽງຈັນ ເຮັດໃຫ້ສະຖານທີ່ແຫ່ງນີ້ ຂົງເຂດແຫ່ງນີ້ເປັນອີກພື້ນທີ່ທີ່ມີຄວາມໂດດເດັ່ນ ທັນ ສະໄໝ ແລະ ສວຍງາມ.

ໂຄງການດັ່ງກ່າວໂດຍແມ່ນບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງເຊິ່ງໜ້າວຽກປະກອບມີວຽກທັບມ້າງ ວຽກສະຖາປັດ ວຽກໂຄງສ້າງ ວຽກລະບົບໄຟຟ້າ ແລະ ວຽກລະບົບນໍ້າປະປາ ລວມມູນຄ່າທັງໝົດ 8,94 ຕື້ກີບ ແລະ ຈັດຕັ້ງປະຕິບັດພາຍໃນ 3 ເດືອນໃຫ້ສຳເລັດແຕ່ເດືອນພຶດສະພາຫາເດືອນສິງຫາ 2025.
ຂອບໃຈຂ່າວຈາກວຽງຈັນໃໝ່