ຄຳວ່າ: ຫວ້ານ ເປັນຊື່ເອີ້ນຂອງພືດຊະນິດຫົວ ທີ່ອອກຫົວຄ້າຍຄືກັບຫົວຂີງ, ຂີ້ໝິ້ນ, ຫວ້ານໄຟ ແລະ ອີກຫຼາຍ ຫວ້ານ ເຊິ່ງມີທັງຊະນິດກິນໄດ້ ແລະ ບາງຊະນິດ ກໍກິນບໍ່ໄດ້. ບາງຊະນິດກໍເປັນຢາພື້ນເມືອງທີ່ສາມາດບັນເທົາ ຫຼື ຮັກສາອາການ ແລະ ພະຍາດບາງຊະນິດໄດ້.
ກ່ອນຈະປູກເຮົາຕ້ອງກະກຽມດິນ ເຊິ່ງຫວ້ານຈະມັກດິນຜຸຜຸ່ຍ, ສາມາດລະບາຍນໍ້າໄດ້ດີ ເຮັດໃຫ້ແຕກຫົວໄດ້ດີ ແລະ ຫົວໃຫຍ່. ການປູກຕ້ອງປູກໃຫ້ເລິກກວ່າ 3 – 4 ເທົ່າຂອງຂະໜາດຫົວ ເຊິ່ງຈະຊ່ວຍໃຫ້ຮັບ ຄວາມຊຸ່ມຂອງດິນ ແລະ ລຳຕົ້ນກໍຈະແຂງແຮງສາມາດປະຄອງໃບໄດ້ບໍ່ລົ້ມງ່າຍ ( ບາງຊະນິດກໍປູກຕື້ນສະເໝີຫົວຫວ້ານ ຈຶ່ງຈະແຕກຫົວດີ ).
ປຸ໋ຍ: ຕ້ອງໃສ່ປຸ໋ຍຄອກປະສົມກັບດິນ ຫຼັງຈາກປູກໄປແລ້ວ ສາມາດໃສ່ປຸ໋ຍເຄມີສູດ 5-10-15 ໄດ້. ສ່ວນການໃຫ້ນໍ້າ ໄລຍະທຳອິດແມ່ນຄວນຫົດໃຫ້ດິນຊຸ່ມຕະຫຼອດ ຈາກນັ້ນ 1 – 2 ອາທິດ ເມື່ອໜໍ່ຫວ້ານໂພ່ຂຶ້ນມາ ໃຫ້ຫົດນໍ້າເຊົ້າ – ແລງ ປະມານ 30-45 ມື້ ຫວ້ານກໍຈະເລີ່ມແຕກດອກໄລຍະນີ້ຕົ້ນຫວ້ານຈະຢຸດການຈະເລີນເຕີບໂຕ ແລະ ຄວນຢຸດການໃຫ້ນໍ້າ ຈາກນັ້ນໃບຈະເລີ່ມແຫ່ວ ແລະ ຍຸບລົງ ກໍສາມາດຂຸດຫົວຫວ້ານຂຶ້ນມາໄດ້.
ໄລຍະທີ່ເໝາະສົມໃນການປູກຫົວຫວ້ານ ແມ່ນປູກທ້າຍເດືອນພຶດສະພາ ພໍຮອດເດືອນພະຈິກ ແລະ ທັນວາ ໃບກໍຈະຍຸບສາມາດເກັບກູ້ຫົວຫວ້ານໄດ້ ແລະ ສາມາດໄປຂະຫຍາຍພັນຕໍ່ໄປໄດ້.
■ ເດືອນ ແລະ ວັນທີ່ຄວນປູກ:
-ຖ້າປູກເດືອນ 1 ແມ່ນຄວນປູກວັນພຸດ
– ຖ້າປູກເດືອນ 2 ຫຼື ເດືອນ 7 ແມ່ນໃຫ້ປູກ ວັນພະຫັດ
– ເດືອນ 3 ຫຼື ເດືອນ 8 ໃຫ້ປູກ ວັນສຸກ
– ເດືອນ 4 ຫຼື ເດືອນ 9 ກັບ ເດືອນ 11 ປູກວັນເສົາ
– ເດືອນ 5 ຫຼື ເດືອນ 10 ປູກວັນ ອາທິດ
– ເດືອນ 6 ຫຼື ເດືອນ 12 ປູກວັນອັງຄານ.