ຮັບໂທດອາຍາ ຂໍ້ຫາລັກລອບຕັດ ແລະຊື້-ຂາຍໄມ້ຫວງຫ້າມ

08 May 2025

ຄລິກແຊຣ໌ 0 Facebook WhatsApp

ຂ່າວລາຍງານວ່າ: ໃນວັນທີ 23 ເມສາ 2025 ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນ 2 ຈຳເລີຍ ຄື: ທ້າວ ຄຳເພືອ ( ຈຳເລີຍ 1 ) ມີຄວາມຜິດທາງອາຍາ ໃນການມີຢາບ້າໄວ້ໃນຄອບຄອງ ເພື່ອເສບ ແລະ ມີຄວາມຜິດທາງອາຍາ ໃນການຕັດໄມ້, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ທຳມະຊາດ ປະເພດໄມ້ຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ຖືກຕ້ອງຕາມກົດໝາຍ; ທ້າວ ຄຳແດງ ( ຈຳເລີຍ 2 ) ມີຄວາມຜິດທາງອາຍາ ໃນການຕັດໄມ້, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ທຳມະຊາດ ປະເພດໄມ້ຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ຖືກຕ້ອງຕາມກົດໝາຍ.

ໂດຍການລົງໂທດ ທ້າວ ຄຳເພືອ ອາຍຸ 24 ປີ ປະຊາຊົນຢູ່ບ້ານບໍ່ຫ້ວຍຄະ ເມືອງງາ ແຂວງອຸດົມໄຊ ( ຈຳເລີຍ 1 ) ໃນການມີຢາບ້າໄວ້ໃນຄອບຄອງເພື່ອເສບ ຈຳຄຸກສອງປີ ແລະ ປັບໃໝ 10.000.000 ກີບ; ລົງໂທດຕັດອິດສະລະພາບຈຳເລີຍ 1 ໃນການຕັດໄມ້, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ທຳມະຊາດ ປະເພດໄມ້ຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ຖືກຕ້ອງຕາມກົດໝາຍ ສອງປີ ແລະ ປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ຈຳນວນ 36.800.000 ກີບ ເທົ່າກັບ 73.600.000 ແລະ ໃຫ້ຟື້ນຟູຄືນ ລວມໂທດຕັດອິດສະລະພາບທ້າວ ຄຳເພືອ ສີ່ປີ ຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາໃຫ້ທ້າວ ຄຳເພືອ ສິບເດືອນ ແລ້ວໃຫ້ທ້າວ ຄຳເພືອ ປະຕິບັດໂທດຕັດອິດສະລະພາບ ສາມປີ ສອງເດືອນ.

May be an image of 2 people
ລົງໂທດທ້າວ ຄຳແດງ ອາຍຸ 24 ປີ ປະຊາຊົນຢູ່ບ້ານບໍ່ຫ້ວຍຄະ ເມືອງງາ ແຂວງອຸດົມໄຊ ( ຈຳເລີຍ 2 ) ຈຳຄຸກ ສອງປີ ແລະ ປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ຈຳນວນ 36.800.000 ກີບ ເທົ່າກັບ 73.600.000 ແລະ ໃຫ້ຟື້ນຟູຄືນ ຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາໃຫ້ທ້າວ ຄຳແດງ ສິບເດືອນ ແລ້ວໃຫ້ທ້າວ ຄຳແດງ ປະຕິບັດໂທດຕັດອິດສະລະພາບ ໜຶ່ງປີ ສອງເດືອນ. ພ້ອມທັງຮິບຢາບ້າ 26 ເມັດ, ນ້ຳໜັກ 2,6 ກຼາມຂອງທ້າວ ຄຳເພືອ ມາທຳລາຍຖິ້ມ; ຮິບໄມ້ແຕ້ຂ່າ ຈຳນວນ 12 ຕັບ ບໍລິມາດ 0,371 ແມັດກ້ອນ ຂອງຈຳເລີຍທັງ 2 ມາເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງເກັບຮັກສາໄວ້ ຕາມລະບຽບການ.
#ພວກຈຳເລີຍໄດ້ຮັບສາລະພາບກົງກັນວ່າ: ໃນເວລາປະມານ 8 ໂມງ ຂອງວັນທີ 30 ເມສາ 2024 ທັງ 2 ພ້ອມດ້ວຍອີກ 2 ຄົນ ຊື່ທ້າວ ທອງຈັນ ແລະ ທ້າວ ນຳ ໄດ້ຊັກຊວນກັນໄປຮັບຈ້າງຕັດໄມ້ ໃຫ້ຄົນຫວຽດນາມຊື່ທ້າວ ແອ໋ງ ທີ່ອາໄສຢູ່ແຂວງຫຼວງພະບາງ ເຊິ່ງທ້າວ ແອ໋ງ ແມ່ນໄດ້ມາຫາພວກຈຳເລີຍຢູ່ເຮືອນ ແລ້ວບອກໃຫ້ໄປຊອກໄມ້ແຕ້ຂ່າໃຫ້ ພ້ອມທັງເອົາລາຍການໄມ້ໃຫ້ ແລະ ຕົກລົງຈ່າຍຄ່າຈ້າງຂົນໄມ້ລົງແຄມແມ່ນ້ຳຂອງ ຄັ້ງນີ້ ຈຳນວນ 1.300.000 ກີບ ຕໍ່ໄມ້ 12 ຕັບ. ວັນທີ 1 ພຶດສະພາ 2024 ຈຶ່ງພາກັນຂີ່ເຮືອຂອງທ້າວ ທອງຈັນ ໄປປາດໄມ້ຢູ່ເຂດຫ້ວຍພວນ ບ້ານບໍ່ຫ້ວຍຄະ ໄດ້ໄມ້ແຕ້ຂ່າ 12 ຕັບ ແລ້ວພາກັນຂົນລົງມາແຄມແມ່ນ້ຳຂອງເພື່ອລໍຖ້າເຮືອ ຂອງທ້າວ ແອ໋ງ ມາຮັບເອົາ, ຮອດເວລາປະມານ 18 ໂມງຂອງວັນດຽວກັນ ທ້າວ ເພືອ ໄດ້ບອກໃຫ້ທ້າວ ຄຳແດງ, ທ້າວ ທອງຈັນ ແລະ ທ້າວ ນຳ ນອນເຝົ້າໄມ້ຖ້າ ເພາະມື້ອື່ນຈະເອົາໄມ້ລົງໄປແຂວງຫຼວງພະບາງ, ທ້າວ ເພືອ ຈະໄປເອົາເຄື່ອງນຸ່ງຢູ່ເຮືອນ ພໍຮອດເຮືອນ ທ້າວ ເພືອ ໄດ້ຂໍເງິນນຳແມ່ເຖົ້າ ໂດຍຕົວະວ່າຈະໄປຊື້ເຄື່ອງໄປກິນຢູ່ບ່ອນປາດໄມ້ ພໍໄດ້ເງິນແລ້ວ ໄດ້ຍ່າງອອກຈາກເຮືອນ ລົງມາເຂດກ້ອງບ້ານ ໄດ້ພົບເຫັນຜູ້ຊາຍຄົນໜຶ່ງບໍ່ຮູ້ຊື່ ຢືນຢູ່ແຄມທາງ ຈຶ່ງໄດ້ຖາມວ່າ ມີຢາບ້າຂາຍບໍ່? ຜູ້ຊາຍຄົນນັ້ນຕອບວ່າມີ ຈຶ່ງຊື້ຢາບ້າ 26 ເມັດ ແລ້ວຍ່າງກັບໄປບ່ອນທີ່ພວກຮ່ວມຂະບວນການລັກລອບຕັດໄມ້ທັງ 3 ຄົນ ຖ້າຢູ່ ພໍຍ່າງໄປຮອດຈຸດດັ່ງກ່າວ ເຈົ້າໜ້າທີ່ໄດ້ກັກຕົວທ້າວ ຄຳແດງ ແລະ ທ້າວ ເພື່ອ; ສ່ວນ ທ້າວ ທອງຈັນ ແລະ ທ້າວນຳ ແມ່ນເອົາຕົວຫຼົບໜີ.
ໂດຍ:​ ຄວາມສະຫງົບ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ