ວິທີປູກໝາກຖົ່ວພູ

0
61

ໝາກຖົ່ວພູ ເປັນພືດຜັກຊະນິດໜຶ່ງທີ່ຄົນລາວເຮົາປູກຕາມສວນຄົວ ຫຼື ອ້ອມແອ້ມເຮືອນ ເພື່ອເກັບກິນໝາກ.

ໝາກຖົ່ວພູ ສາມາດນຳໄປປະກອບ ຫຼື ປຸງແຕ່ງອາຫານໄດ້ ທັງແບບສຸກ ແລະ ດິບ. ແບບດິບ ແມ່ນເອົາມາເປັນຜັກກິນກັບອາຫານເມນູຕ່າງໆໄດ້; ສ່ວນແບບສຸກກໍ່ສາມາດນຳມາລວກ, ໜຶ້ງ, ຂົ້ວ ແລະ ອື່ນໆໄດ້ຕາມໃຈມັກ.

ไม่มีคำอธิบายรูปภาพ

ການປູກໝາກຖົ່ວພູ ແມ່ນສາມາດປູກໄດ້ 2 ວິທີຄື:

  1. ປູກດ້ວຍແກ່ນແນວພັນ: ຖ້າປູກດ້ວຍວິທີນີ້ ແມ່ນນຳແກ່ນແນວພັນໄປແຊ່ນໍ້າ 1 ຄືນ ແລ້ວຈຶ່ງນຳມາລົງຂຸມ ( ແຕ່ສ່ວນຫຼາຍການປູກດ້ວຍວິທີນີ້ຈະສ່ຽງ ເນື່ອງຈາກຈະມີມົດ ຫຼື ແມງໄມ້ມາເຈາະກິນກ່ອນຕົ້ນຖົ່ວພູຈະງອກໃຫຍ່ ); ວິທີທີ່ 2. ປູກດ້ວຍການກ້າເບ້ຍ: ວິທີນີ້ແມ່ນມີຄວາມສ່ຽງໜ້ອຍ ແຕ່ຈະມີຫຼາຍຂຶ້ນຕອນ.

ແຕ່ມື້ນີ້ເຮົາຈະມາແນະນຳວິທີທີ່ປູກຖົ່ວພູ ດ້ວຍວິທີກ້າເບ້ຍ, ກ່ອນທີ່ຈະນຳແກ່ນແນວພັນໄປຫວ່ານໃຫ້ເອົາຜ້າມາຫໍ່ແລ້ວໄປແຊ່ນໍ້າໄວ້ 1 ຄືນ ແລ້ວຈຶ່ງໄປຫວ່ານ ຫຼື ກ້າເປັນຂຸມ; ພ້ອມນີ້ໃຫ້ໝັ່ນຫົດນໍ້າເຊົ້າແລງ ປະມານ 7-10 ມື້ເບ້ຍຖົ່ວພູກໍຈະງອກອອກມາພໍເປັນຕາຍ້າຍໄປບົງໃສ່ຂຸມ ຫຼື ຈຸດທີ່ເຮົາຈະປູກ. ກ່ອນຈະບົງໃຫ້ຮອງກົ້ນຂຸມທີ່ຈະປູກ ດ້ວຍປຸ໋ຍຄອກປະມານ 1 ກຳມື ແລ້ວຈຶ່ງນໍາເບ້ຍຖົ່ວພູລົງໄປປູກໃສ່ຂຸມ ຫຼື ຈຸດລະ 2 ເບ້ຍ ຫຼັງຈາກນັ້ນໃຫ້ຫົດນໍ້າປົກກະຕິ ມື້ລະ 2 ຄັ້ງ ເຊົ້າ-ແລງ, ພໍລົງຂຸມໄດ້ 15 ມື້ ເຄືອຖົ່ວພູກໍຈະເລີ່ມແຕກຍອດອ່ອນ ແລ້ວເຮົາຈຶ່ງຊອກຄ້າງ ຫຼື ແນວມາໃຫ້ເຄືອຖົ່ວພູເລືອຂຶ້ນ.

ไม่มีคำอธิบายรูปภาพ

ສຳລັບການໃສ່ປຸ໋ຍ: ຫຼັງຈາກຍ້າຍເບ້ຍລົງຂຸມແລ້ວ ປະມານ 2 ເດືອນ ຖົ່ວພູກໍຈະເລີ່ມແຕກຊໍ່ດອກ. ດັ່ງນັ້ນຄວນໃສ່ປຸ໋ຍສູດ 8-24-24 ເພື່ອເລັ່ງການອອກດອກ ແລະ ການໃຫ້ປຸ໋ຍໃຫ້ໃສ່ທຸກໆ 15 ມື້ ຫຼັງຈາກນັ້ນ ໃກ້ຮອດເດືອນທີ 3 ກໍສາມາດເກັບໝາກໄປຂາຍ ຫຼື ກິນໄດ້. ການປູກຄັ້ງໜຶ່ງຕົ້ນຖົ່ວພູຈະສາມາດໃຫ້ໝາກ ຫຼື ຜົນຜະລິດໄດ້ 6-12 ເດືອນ. ໂດຍຖົ່ວ 1 ຕົ້ນ ຈະໃຫ້ຜົນຜະລິດປະມານ 300-500 ກຣາມຕໍ່ມື້.

ไม่มีคำอธิบายรูปภาพ

ຖົ່ວພູແມ່ນມີໂພຊະນາການ ຄື: ມີກາກໄຍ (fiber) ຈຳນວນຫຼາຍ ຊ່ວຍໃນລະບົບຂັບຖ່າຍໃຫ້ເປັນປົກກະຕິ, ຊ່ວຍບັນເທົາອາການທ້ອງຜູກ, ພ້ອມນີ້ຍັງມີຄາໂບໄຮເດຣດ, ໂປຣຕິນ, ໄຂມັນ, ເສັ້ນໃຍ, ແຄລຊຽມ, ຟອສຟໍຣັສ, ທາດເຫຼັກ, ວິຕາມິນບີ ແລະ ວິຕາມິນຊີ.

ຈາກ: stri.cmu.ac.th

LEAVE A REPLY

Please enter your comment!
Please enter your name here