ຫວຽດນາມ ດຶງດູດທຶນ FDI ເພີ່ມຂຶ້ນເກືອບ 40%

0
61

ຕົວເລກຫຼ້າສຸດຂອງກົມການລົງທຶນຕ່າງປະເທດ ກະຊວງການເງິນ ຫວຽດນາມ ປະກາດໃຫ້ຮູ້ວ່າ: ໄລ່ຮອດວັນທີ 30 ເມສາ ຍອດເງິນລົງທຶນຈົດທະບຽນເຂົ້າ ຫວຽດນາມ ບັນລຸກວ່າ 13,8 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

อาจเป็นรูปภาพของ 3 คน และ ข้อความ

ໃນນີ້, ຈຳນວນໂຄງການລົງທຶນໃໝ່, ຈຳນວນໂຄງການດັດປັບທຶນ ແລະ ຈຳນວນການແລກປ່ຽນຮ່ວມທຶນ, ຊື້ຫຸ້ນສ່ວນລ້ວນແຕ່ເພີ່ມຂຶ້ນ ເຊິ່ງເປັນການຊີ້ໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດສືບຕໍ່ໄດ້ຮັບການປັບປຸງ.

ປັດຈຸບັນ, ມີ 81 ປະເທດ ແລະ ເຂດແຄວ້ນມີການລົງທຶນຢູ່ ຫວຽດນາມ ໃນ 4 ເດືອນຕົ້ນປີ 2025; ໃນນັ້ນ, ສິງກະໂປ ໄດ້ນຳໜ້າດ້ວຍຍອດເງິນລົງທຶນກວ່າ 3,2 ຕື້ໂດລາສະຫະລັດ ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ຮົ່ງກົງ (ຈີນ)… ຕາມລຳດັບ.

ບັກນິງ ແມ່ນທ້ອງຖິ່ນນຳໜ້າ, ຖັດຈາກນັ້ນແມ່ນ ດົ່ງນາຍ, ນະຄອນ ໂຮ່ຈິມິນ, ຮ່າໂນ້ຍ, ບ່າເຣີຍ – ວູງເຕົ່າ, ຮ່ານາມ… ຕາມລຳດັບ.

LEAVE A REPLY

Please enter your comment!
Please enter your name here