ປະທານເຟດ ຊີ້ຍັງບໍ່ຮີບຮ້ອນປັບອັດຕາດອກເບ້ຍ

0
62

ທ່ານ ເຈີໂຣມ ພາເວລ ປະທານທະນາຄານກາງສະຫະລັດ ( ເຟດ ) ຊີ້ແຈງຕໍ່ກຳມະການເຟດ ວ່າບໍ່ຮີບຮ້ອນທີ່ຈະປັບອັດຕາດອກເບ້ຍ ພ້ອມເຕືອນການຂຶ້ນພາສີອາດນຳໄປສູ່ພາວະເງິນເຟີ້ ແລະ ການວ່າງງານທີ່ສູງຂຶ້ນ.

อาจเป็นรูปภาพของ 2 คน และ ข้อความพูดว่า "O 心 O"

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການນະໂຍບາຍການເງິນຂອງເຟດ ຍັງຮັກສາອັດຕາດອກເບ້ຍເດີມໄວ້ ຕາມທີ່ຕະຫຼາດຄາດໝາຍ ເຊິ່ງ ທ່ານ ເຈີໂຣມ ພາເວລ ປະທານເຟດ ກ່າວວ່າບໍ່ຮີບຮ້ອນທີ່ຈະປັບອັດຕາດອກເບ້ຍ ພ້ອມຊີ້ວ່າການຂຶ້ນພາສີຂອງ ທ່ານ ໂດນັນ ທຣັມ ປະທານາທິບໍສະຫະລັດອາເມຣິກາ ອາດນຳໄປສູ່ພາວະເງິນເຟີ້ ແລະ ການວ່າງງານທີ່ສູງຂຶ້ນ.

ຢ່າງໃດກໍຕາມ, ປະທານເຟດ ກ່າວວ່າ: ຜົນກະທົບຕໍ່ເງິນເຟີ້ອາດເປັນພຽງໄລຍະສັ້ນ ເຊິ່ງສະທ້ອນເຖິງການປ່ຽນແປງລະດັບລາຄາພຽງຄັ້ງດຽວ ແຕ່ກໍເປັນໄປໄດ້ເຊັ່ນກັນທີ່ຜົນກະທົບຈາກເງິນເຟີ້ອາດຄົງຢູ່ດົນນານກວ່າ.

ກຳມະການເຟດ ລົງມະຕິເປັນເອກະສັນໃຫ້ຮັກສາອັດຕາດອກເບ້ຍນະໂຍບາຍໄວ້ທີ່ 4,25 – 4,5% ເຊິ່ງເປັນລະດັບດຽວກັບເດືອນທັນວາປີຜ່ານມາ.

LEAVE A REPLY

Please enter your comment!
Please enter your name here