ສຳນັກຂ່າວບລູມເບີກ ລາຍງານວ່າ: ສະຫະພາບເອີຣົບ ຫຼື ອີຢູ ກຳລັງວາງແຜນທີ່ຈະເກັບພາສີສິນຄ້ານຳເຂົ້າຈາກສະຫະລັດອາເມຣິກາ ເພີ່ມຕື່ມ ຄິດເປັນມູນຄ່າ 100 ຕື້ເອີໂຣ ຫາກການເຈລະຈາທາງການຄ້າລະຫວ່າງສອງຝ່າຍ ບໍ່ສາມາດຫາຂໍ້ຕົກລົງທີ່ເພິ່ງພໍໃຈສຳລັບສະຫະພາບເອີຣົບໄດ້.
ຄະນະກຳມະການເອີຣົບ ກຽມສົ່ງເອກະສານໃຫ້ ອາເມຣິກາ ໃນອາທິດນີ້ ເພື່ອພະຍາຍາມເລີ່ມເຈລະຈາ ໂດຍຂໍ້ສະເໜີຂອງ ອີຢູ ຄາດວ່າຈະເນັ້ນໄປທີ່ຂໍ້ຈຳກັດທາງດ້ານການຄ້າຕ່າງໆ ທັງທີ່ເປັນພາສີ ແລະ ບໍ່ແມ່ນພາສີ ລວມເຖິງການສົ່ງເສີມໃຫ້ມີການລົງທຶນໃນ ອາເມຣິກາ ຫຼາຍຂຶ້ນ.
ສະຫະພາບເອີຣົບ ກ່າວເມື່ອວັນອັງຄານວ່າ ການສອບສວນທາງການຄ້າທີ່ຍັງດຳເນີນຢູ່ຂອງລັດຖະບານ ໂດນັນທຣັມ ຈະເຮັດໃຫ້ມູນຄ່າສິນຄ້າຈາກ ອີຢູ ທີ່ຈະຖືຶກເກັບພາສີເພີ່ມຂຶ້ນ 549 ຕື້ເອີໂຣ.
ມາດຕະການໃໝ່ຂອງອີຢູ ເປັນມາດຕະການທີ່ເພີ່ມຂຶ້ນຈາກເດີມທີ່ຮຽກເກັບພາສີນໍາເຂົ້າຈາກສິນຄ້າສະຫະລັດ ອາເມຣິກາ ມູນຄ່າ 21 ຕື້ເອີໂຣ ທີ່ຕັ້ງໄວ້ເພື່ອຕອບໂຕ້ພາສີເຫຼັກ ແລະ ອະລູມີນຽມ ແຕ່ປັດຈຸບັນ ໄດ້ຊະລໍການໃຊ້ມາດຕະການເດີມໄປກ່ອນ90 ວັນ ເພາະອາເມຣິກາ ຫຼຸດພາສີຕອບໂຕ້ສິນຄ້າສ່ວນໃຫຍ່ ຂອງອີຢູລົງຈາກ20% ເຫຼືອ 10%ໃນລະຫວ່າງທີ່ເຈລະຈາກັນຢູ່.