ເສດຖະກິດ ອາເມຣິກາ ໄຕມາດ 1 ຫົດຕົວ

0
63

ຕົວເລກຫຼ້າສຸດທີ່ກະຊວງການຄ້າ ອາເມຣິກາ ປະກາດເມື່ອມໍ່ໆມານີ້ສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງ ອາເມຣິກາ ໃນໄຕມາດທີ 1 ປີ 2025 ໄດ້ຫຼຸດລົງ 0,3% ເມື່ອທຽບກັບໄຕມາດທີ 4 ປີກາຍນີ້.

อาจเป็นรูปภาพของ ตึกระฟ้า, แสงอาทิตย์ลับขอบฟ้า, ขอบฟ้า และ สะพานควีนส์โบโร

ກະຊວງການຄ້າ ອາເມຣິກາ ກ່າວວ່າ: GDP ໃນໄຕມາດທີ 1 ຫຼຸດຕ່ຳລົງຕົ້ນຕໍແມ່ນຍ້ອນການນຳເຂົ້າສິນຄ້າເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ລາຍຈ່າຍຂອງລັດຖະບານຫຼຸດໜ້ອຍລົງ.

ນອກນັ້ນ, ນະໂຍບາຍພາສີຂອງລັດຖະບານ ອາເມຣິກາ ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ທັງເຮັດໃຫ້ຄວາມໝັ້ນໃຈຂອງວິສາຫະກິດ ແລະ ຜູ້ບໍລິໂພກຫຼຸດໜ້ອຍລົງ. ລັດຖະບານ ອາເມຣິກາ ເພີ່ມເກັບພາສີຕໍ່ຄູ່ການຄ້າຢ່າງກວ້າງ ຂວາງ ເຮັດໃຫ້ນັກເສດຖະສາດ ແລະ ບຸກຄົນວົງການການຄ້າເປັນຫ່ວງຕໍ່ອະນາຄົດຂອງເສດຖະກິດ ອາເມຣິກາ ໂດຍທົ່ວໄປ.

ຕາມການປະເມີນເບື້ອງຕົ້ນຂອງລັດຖະບານ ທີ່ເຜີຍແຜ່ໃນອາທິດຜ່ານມາ ຈີດີພີ ທີ່ປັບຕາມອັດຕາເງິນເຟີ້ແລ້ວຫຼຸດລົງ 0,3% ໃນໄຕມາດທຳອິດຂອງປີ 2025 ເຊິ່ງຕໍ່າກວ່າການເຕີບໂຕທີ່ປະມານ 3% ໃນໄລຍະ 2 ປີຜ່ານມາ, ຂະນະທີ່ນັກວິເຄາະເສດຖະກິດປະເມີນວ່າການສົ່ງອອກສຸດທິຫຼຸດລົງ ເກືອບ 5% ຂອງ ຈີດີພີ.

LEAVE A REPLY

Please enter your comment!
Please enter your name here