ກະຊວງກະສິກຳ ແລະ ປ່າໄມ້ ມອບ ໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

0
84
 ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຊູ ຈັນມິນ (XU JUNMIN) ປະທານບໍລິສັດແມ່ຂອງອຸດສາຫະກໍາການປະມົງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.
ໂຮງງານປຸງແຕ່ງປາສະຫວາຍ ຕັ້ງຢູ່ເຂດເສດຖະກິດພິເສດສີທັນດອນ ບ້ານບຶງງາມ ເມືອງໂຂງ, ແຂວງຈໍາປາສັກ, ເປັນໂຮງງານຜະລິດທີ່ທັນສະໄໝ ໄດ້ມາດຕະຖານ GMP ແລະ ເປັນໂຮງງານທີ່ດໍາເນີນງານປິດ, ອຸນຫະພູມພາຍໃນຄົງທີ່ 20 ອົງສາ, ມີອຸປະກອນການຜະລິດທີ່ທັນສະໄໝ, ປະຕິບັດຕາມມາດຕະຖານສາກົນ ຂອງອຸດສາຫະກໍາສັດນໍ້າ, ປະຕິບັດລະບົບຕິດຕາມ-ກວດກາ ທີ່ກວມເອົາຂະບວນການທັງໝົດ ກ່ຽວກັບຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນສັດນໍ້າ.
ໃນປີ 2025 ນີ້, ໄດ້ສົ່ງອອກຜະລິດຕະພັນປາສະຫວາຍໄປ ສ ຈີນ ຈໍານວນ 250 ໂຕນ/ເດືອນ, ຄາດວ່າໃນເດືອນມິຖຸນາ 2025 ນີ້ ຈະສົ່ງອອກໃຫ້ໄດ້ ຈໍານວນ 500 ໂຕນ ແລະ ໝົດປີ 2025 ຈະສົ່ງອອກໃຫ້ໄດ້ 1.000 ໂຕນ. ໂຮງງານດັ່ງກ່າວນີ້, ໄດ້ປັບປຸງຊີວິດການເປັນຢູ່ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ-ປ່າໄມ້

LEAVE A REPLY

Please enter your comment!
Please enter your name here