ໃນວັນທີ 28 ເມສາ 2025 ໄດ້ມີການເປີດພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໃຫ້ແກ່ພິທີມອບຮັບອາຄານ ໂຮງຮຽນປະຖົມບ້ານຫ້ວຍທອງ ນະຄອນຫຼວງພະບາງ ໂດຍການອຸປະຖຳທຶນກໍ່ສ້າງຈາກ ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ JDB ຂຶ້ນຢ່າງເປັນທາງການ

ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ບຸນເຫຼືອ ສິນໄຊ ວໍລະວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວິໄລ ສີພະພອນ ປະທານສະພາຜູ້ບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ແລະ ບັນດາທ່ານ ຫົວໜ້າ ທະນາຄານແຫ່ງສປປລາວ ພາກເໜືອ ແຂວງຫຼວງພະບາງ ,ພະແນກສຶກສາທິການ-ກິລານະຄອນຫຼວງພະບາງ ,ບັນດາພະແນກຂັ້ນແຂວງ, ກໍາມະການປະຈໍາພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການອ້ອມຂ້າງເມືອງ, ບັນດາທ່ານ ຜູ້ບໍລິຫານພ້ອມພະນັກງານ ຈາກທະນາຄານຮ່ວມພັດທະນາ (JDB), ບັນດາທ່ານ ຜອ, ຄູອາຈານ ຈາກໂຮງຮຽນ ປະຖົມ ອໍານາດການປົກຄອງພໍ່ແມ່ປະຊາຊົນ ໃນກຸ່ມກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການກໍ່ສ້າງອາຄານໂຮງຮຽນຫຼັງນີ້ໄດ້ເລີ່ມຂຶ້ນໃນວັນທີ 12 ມັງກອນ 2025 ແລະ ສໍາເລັດລົງໃນວັນທີ 28 ມີນາ 2025, ດ້ວຍໄລຍະເວລາການກໍ່ສ້າງທີ່ວ່ອງໄວ ແລະ ມີປະສິດທິພາບ, ໄລຍະການກໍ່ສ້າງແຕ່ລະຂັ້ນຕອນ, ຕັ້ງແຕ່ການຕັ້ງເສົາເທຄານ, ການເຮັດໂຄງຫຼັງຄາ, ການກໍ່ຝາ, ໄປຈົນເຖິງການຕົບແຕ່ງພາຍໃນ, ໄດ້ດຳເນີນໄປຢ່າງເປັນລະບຽບ ແລະ ໄດ້ມາດຕະຖານສູງສຸດ.

ອາຄານໂຮງຮຽນ ຫຼັງນີ້ປະກອບດ້ວຍ 4 ຫ້ອງ, ໂດຍມີ 3 ຫ້ອງຮຽນ ແລະ 1 ຫ້ອງການຄູ, ພ້ອມດ້ວຍອຸປະກອນທີ່ທັນສະໄໝ ເຊັ່ນ: ໂຕະຕັ່ງນັກຮຽນ 60 ຊຸດ, ໂຕະຕັ່ງຄູ 4 ຊຸດ, ຕູ້ໃສ່ເອກະສານ, ກະດານດຳ, ພັດລົມ 16 ຊຸດ ແລະ ໄຟຟ້າ 18 ດອກ. ທັງໝົດນີ້ແມ່ນເພື່ອສ້າງສະພາບແວດລ້ອມການຮຽນ-ການສອນທີ່ດີທີ່ສຸດໃຫ້ແກ່ນັກຮຽນ ແລະ ຄູອາຈານ.

ໂຄງການກໍ່ສ້າງອາຄານໂຮງຮຽນຫຼັງນີ້ ໂດຍໄດ້ຮັບການສະໜັບສະໜູນທຶນຈາກກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ (JDB) ໃນນັ້ນປະກອບມີ ອາຄານໂຮງຮຽນ ລວມທັງ ເຟີນີເຈີ ໂຕະ, ຕັ່ງ ຄູ ແລະ ນັກຮຽນ ຕຸ້ໃສ່ເອກະສານ, ກະດານດໍາ ອຸປະກອນໄຟຟ້າ ຄົບຊຸດ ຕົກເປັນເງິນ 875.000.000 ກີບ ແລະ ປ້າຍທາງເຂົ້າໂຮງຮຽນ ມູນຄ່າ 25.000.000 ກີບ ລວມມູນຄ່າໂຄງການກໍ່ສ້າງທັງໝົດ: 900.000.000 ກີບ

ເພື່ອເປັນການພັດທະນາອະນາຄົດອັນສົດໃສຂອງເຍົາວະຊົນໃນຊຸມຊົນ ພ້ອມທັງເປັນສັນຍາລັກແຫ່ງຄວາມຫວັງໃຫ້ແກ່ປະເທດຊາດບ້ານເມືອງ.