ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມໂດຍມີທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານນາງ ຈັນທະຄອນ ບົວລະພັນ ຮອງລັດຖະ ມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ເຂົ້າຮ່ວມ.
ໂຄງການນີ້ເປັນການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ,ກະຊວງ ກະສິກຳ ແລະ ປ່າໄມ້ກັບບໍລິສັດອິນດັດສ໌ເທັກຈຳກັດເພື່ອສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ແນວພັນໄມ້ອຸດສະຫະກຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.
ເຊີ່ງບໍລິສັດຈະເປັນຜູ້ລົງທຶນໃນການພັດທະນາທີ່ດິນໃນການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໃນພື້ນທີ່ດິນຈໍານວນ 4.5 ເຮັກຕາມີທີ່ຕັ້ງຢູ່ສູນຄົ້ນຄວ້າການປະມົງຢູ່ທີ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂຄງການນີ້ ຈະມີໄລຍະເວລາການຮ່ວມມືຕາມສັນຍາ ທັງໝົດ 27 ປີ ແລະ ສາມາດຕໍ່ໄດ້ໜຶ່ງຄັ້ງ.
ຂ່າວ: ວສລ