ເປີດນໍາໃຊ້ຢ່າງເປັນທາງການ ດ່ານພາສີນໍາເຂົ້າສິນຄ້າ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ສປປ ລາວ

0
92
ວັນທີ 4 ພຶດສະພາຜ່ານມາ, ດ່ານພາສີນໍາເຂົ້າສິນຄ້າ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໄດ້ເປີດນໍາໃຊ້ຢ່າງເປັນທາງການ. ລົດບັນທຸກຂົນສົ່ງສິນຄ້າຂ້າມຊາຍແດນຄັນທໍາອິດໄດ້ສໍາເລັດການຜ່ານດ່ານ, ເຊິ່ງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໄດ້ປະຕິບັດບາດກ້າວທີ່ສໍາຄັນໃນການສົ່ງເສີມ, ອໍານວຍຄວາມສະດວກທາງດ້ານການຄ້າ ພ້ອມທັງປັບປຸງປະສິດທິພາບການຂົນສົ່ງຂ້າມຊາຍແດນອີກດ້ວຍ.
ລົດບັນທຸກສິນຄ້າ(ໝາຍເລກທະບຽນ: 苏 GH3579) ໄດ້ອອກເດີນທາງຈາກດ່ານບໍ່ເຕ່ນໃນວັນທີ 3 ພຶດສະພາ ແລະ ໄດ້ມາເຖິງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃນເວລາ 10 ໂມງຂອງມື້ຕໍ່ມາ, ເຊິ່ງໃຊ້ເວລາທັງໝົດ 16 ຊົ່ວໂມງ. ພ້ອມທັງໄດ້ສໍາເລັດທຸກຂະບວນການດ້ານການແຈ້ງພາສີສໍາລັບອຸປະກອນລ້ຽງສັດປີກ (ລວມທັງຄອບໄກ່, ເຄື່ອງປະກອບປະເພດລວດ ແລະ ຮາງໃຫ້ອາຫານ) ດ້ວຍນໍ້າໜັກລວມ 32 ໂຕນ.
ກົມພາສີ, ພາສີແຂວງບໍ່ແກ້ວ, ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ, ບໍລິສັດ ດີທີດີການຄ້າ ແລະ ຂົນສົ່ງ ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານໃນໂອກາດປະຫວັດສາດນີ້ດ້ວຍ.
ນັບແຕ່ສ້າງຕັ້ງດ່ານພາສີເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃນປີ 2021 ເປັນຕົ້ນມາ, ກໍ່ໄດ້ນໍາໃຊ້ຮູບແບບໃໝ່ຕາມລະບົບ “T-one”. ປັດຈຸບັນ, ພາສີປະຈໍາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຮັບອະນຸຍາດໃຫ້ບັນດາວິສາຫະກິດມີຄວາມສະດວກສະບາຍໃນການແຈ້ງພາສີ “ໜ້າປະຕູເຮືອນ”, ໄດ້ຫຼຸດຜ່ອນເວລາການຜ່ານດ່ານທັງສ້າງເງື່ອນໄຂທີ່ດີໃຫ້ແກ່ການຄ້າຂ້າມຊາຍແດນ, ການລົງທຶນ ແລະ ການຂົນສົ່ງ.
ໃນຖານະສະມາຊິກໃໝ່ຂອງດ່ານສາກົນ ສປປ ລາວ, ດ່ານພາສີ ປະຈໍາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍາລັງສົມທົບກັບພາກສ່ວນວິຊາການຂອງກົມພາສີປະຈໍາ ສປປ ລາວ ໃນການສົ່ງເສີມການຍົກລະດັບ ແລະ ປັບປຸງລະບົບການແຈ້ງພາສີທາງເອເລັກໂຕຼນິກ ເພື່ອປັບປຸງປະສິດທິພາບການກວດກາໃຫ້ດີຂຶ້ນກວ່າເກົ່າ.
ຊ່ອງທາງການຂົນສົ່ງທີ່ມີປະສິດທິພາບ, ມີຄວາມສະດວກສະບາຍຈະກາຍເປັນເຄື່ອງຈັກໃໝ່ໃຫ້ແກ່ການພັດທະນາຄຸນນະພາບຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃຫ້ສູງຂຶ້ນ. ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈະຖືເອົາໂອກາດນີ້ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ດຶງດູດບັນດາຂະແໜງການທີ່ມີຄຸນນະພາບ ເພື່ອຮ່ວມກັນປະກອບສ່ວນຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນ ແລະ ຄວາມວັດທະນາຖາວອນ.

LEAVE A REPLY

Please enter your comment!
Please enter your name here