ຂະແໜງກະສິກຳລາວ – ຈີນ ຢ້ຽມຢາມ ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ

07 May 2025

ຄລິກແຊຣ໌ 0 Facebook WhatsApp

ໃນເດືອນເມສາ 2025 ຜ່ານມາ ວິຊາການຂະແໜງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບສູນວິໄຈດິນ, ພືດ ແລະ ຝຸ່ນ – ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ຄະນະຊ່ຽວຊານດ້ານກະສິກຳ ແຂວງ ກວາງຊີ, ສປ ຈີນ ໄດ້ຢ້ຽມຢາມ ແລະ ຕິດຕາມການເກັບກ່ຽວຜົນຜະລິດເຂົ້ານາແຊງ ໃນພື້ນທີ່ກະສິກຳອິນຊີ ມີເນື້ອທີ່ 15 ເຮັກຕາ ຢູ່ ບ້ານໝາກຮຽວ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ເຊິ່ງເປັນໜຶ່ງໃນພື້ນທີ່ຕົວແບບພາຍໃຕ້ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ.

 

ການລົງພື້ນທີ່ໃນຄັ້ງນີ້ ເພື່ອຖອດຖອນບົດຮຽນດ້ານການກະສິກຳອິນຊີ ແລະ ຕິດຕາມຄວາມຄືບໜ້າໃນການພັດທະນາສາຍພັນເຂົ້າ ເພື່ອເພີ່ມຄຸນນະພາບ ແລະ ປະລິມານຜົນຜະລິດໃນໄລຍະຍາວ.

 

ທ່ານ ແຊັດ ຄຳນົນ, ຜູ້ຈັດການດ້ານກິດຈະການອົງກອນ, ສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງ – ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ໄດ້ດຳເນີນມາ 9 ລະດູການແລ້ວ, ໂດຍສະເພາະການທົດລອງການປູກເຂົ້າແບບອິນຊີ ທີ່ໄດ້ມາຮອດລະດູການທີ 4 ເຊິ່ງໄດ້ມີການໃສ່ຝຸ່ນຊີວະພາບ ຕາມຄຳແນະນຳ ແລະ ສົມທົບກັບ ກົມວິໄຈດິນ, ກະຊວງກະສິກຳ ແລະ ປ່າໄມ້, ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທີ່ໄດ້ລົງພື້ນທີ່ເກັບສະມັດຕະພາບຜົນຜະລິດເຂົ້າ ແລະ ນຳພາຄະນະຊ່ຽວຊານດ້ານກະສິກຳຈາກ ສປ ຈີນ ລົງພື້ນທີ່ເພື່ອສົ່ງເສີມລະບົບນິເວດການກະສິກຳໃຫ້ສົມດຸນ.

ທ່ານ ແຊັດ ຄຳນົນ, ຜູ້ຈັດການດ້ານກິດຈະການອົງກອນ, ສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງ – ບໍລິສັດ ເບຍລາວ ກ່າວວ່າ: ການລົງພື້ນທີ່ຢ້ຽມຢາມຂອງຄະນະຜູ້ຊ່ຽວຊານຈາກ ສປ ຈີນ ໃນຄັ້ງນີ້ຖືເປັນການລົງພື້ນທີ່ຕິດຕາມຜົນຄັ້ງທີ 2 ເຊິ່ງເປັນນິມິດໝາຍທີ່ດີຂອງການຮ່ວມພັດທະນາສົ່ງເສີມການປູກເຂົ້າແບບຍືນຍົງຂອງພວກເຮົາ

ການປູກເຂົ້າອິນຊີໃນລະດູຜ່ານມາໄດ້ຜົນຜະລິດເຂົ້າອິນຊີທັງໝົດ 15 ໂຕນ ມາຮອດລະດູນີ້ ພວກເຮົາໄດ້ຂະຫຍາຍເນື້ອທີ່ຂຶ້ນຕື່ມ ຄາດວ່າຜົນຜະລິດເຂົ້າອິນຊີຈະເພີ່ມຂຶ້ນ 30 ກວ່າໂຕນ.

ດ້ານທ່ານ ໄຊສະຖິດ ສຸລິຍະວົງສາ ຫົວໜ້າສູນວິໄຈດິນ, ພືດ ແລະ ຝຸ່ນ – ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ການນໍາພາຊ່ຽວຊານຈາກສະຖາບັນຄົ້ນຄວ້າກະສິກໍາ ແຂວງ ກວາງຊີ, ສປ ຈີນ ມາຢ້ຽມຊົມ – ປຶກສາຫາລືໃນການຮ່ວມມືເພື່ອເຮັດໃຫ້ການພັດທະນາກະສິກໍາອິນຊີໃຫ້ມີຄວາມຍືນຍົງ, ໄດ້ຜົນຜະລິດຫຼາຍ ເຫັນໄດ້ວ່າ ບໍລິສັດ ເບຍລາວ ມີແນວຄິດລິເລີ່ມທີ່ດີ ທີ່ຜະລິດເຂົ້າອິນຊີໃຫ້ກາຍເປັນສິນຄ້າ.

ທ່ານກ່າວວ່າ: ຜ່ານການລົງຕິດຕາມເຫັນວ່າຍັງມີຫຼາຍຈຸດ ທີ່ຕ້ອງໄດ້ຍົກລະດັບໃຫ້ດີຂຶ້ນຕື່ມ ໂດຍສະເພາະແມ່ນການຄວບຄຸມວັດຊະພືດ, ການປັບປຸງດິນ ຕ້ອງໄດ້ພັດທະນາຂຶ້ນຕື່ມ.

ພ້ອມນັ້ນ, ຊ່ຽວຊານຍັງໄດ້ສະເໜີໃນການປ່ຽນແນວພັນໃໝ່ ໂດຍຊ່ຽວຊານຈະນໍາແນວພັນໃໝ່ມາໃຫ້ທົດລອງເພື່ອເປັນທາງເລືອກໃນການຜະລິດເຂົ້າຄຸນນະພາບສູງ.

ສ່ວນທ່ານ ນາງ ລັດສະໝີ ໄຊຊົງເດດ, ວິຊາການຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ – ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວວ່າ: ການລົງຕິດຕາມການຜະລິດເຂົ້າອິນຊີຂອງ ບໍລິສັດ ເບຍລາວ ມາຕັ້ງແຕ່ເລີ່ມຕົ້ນ, ກ່ອນປັກດໍາໄດ້ລົງມາວິໄຈດິນ, ຄິດໄລ່ອັດຕາໃສ່ຝຸ່ນ, ການເບິ່ງແຍງເຂົ້າ, ເກັບກໍາສະມັດຕະພາບກ່ອນກ່ຽວໃນທຸກໆລະດູ, ເພື່ອເປັນຂໍ້ມູນສະຕິຖິໃນການສົມທຽບການຜະລິດແຕ່ລະປີ ວ່າໄດ້ຜົນຜະລິດຫຼາຍປານໃດ, ເພື່ອແນໃສ່ການປັບປຸງດິນໃຫ້ມີຄຸນນະພາບ ເພື່ອໃຫ້ໄດ້ຜົນຜະລິດທີ່ເພີ່ມຂຶ້ນ ສໍາລັບຜົນຜະລິດປີຜ່ານມາໄດ້ 3,4 ໂຕນຕໍ່ເຮັກຕາ ເຊິ່ງປີນີ້ຄາດຄະເນເພີ່ມຂຶ້ນເປັນ 4 ໂຕນຕໍ່ເຮັກຕາ.

ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ ຖືເປັນໜຶ່ງໃນແນວທາງການດຳເນີນທຸລະກິດຄວບຄູ່ກັບຄວາມຮັບຜິດຊອບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ, ທີ່ເນັ້ນໃສ່ການປັບປຸງດິນຄືນ, ສ້າງໃຫ້ເກີດຄວາມຫຼາກຫຼາຍຂອງຊີວະນາໆພັນໃນທົ່ງນາ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ສ້າງອາຊີບ ແລະ ສ້າງລາຍໄດ້ທີ່ໝັ້ນຄົງໃຫ້ກັບກຸ່ມຊາວນາ ພ້ອມຊຸກຍູ້ການພັດທະນາພາກກະສິກຳແບບຍືນຍົງໃຫ້ໄປເຖິງລະດັບມະຫາພາກຫຼາຍຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ