ກອງປະກວດ Miss Tourism Laos 2025 ຫຼື ນາງສາວທ່ອງທ່ຽວລາວ 2025 ຈັດພິທີຖະແຫຼງຂ່າວຢ່າງເປັນທາງການເມື່ອວັນທີ 6 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ ໂອກາດດັ່ງກ່າວ ທ່ານ ນາງ ລິນດາ ພົນພິລັດ (ດ້າດ້າ) ປະທານກອງປະກວດ Miss Tourism Laos 2025 ກ່າວວ່າ: ປີນີ້ຈັດງານປະກວດ ນາງສາວທ່ອງທ່ຽວລາວເປັນປີທີສາມແລ້ວ ແຕ່ວ່າເປັນປີທຳອິດທີ່ ຂ້າພະເຈົ້າເປັນປະທານຈັດງານປະກວດຢ່າງເຕັມໂຕ, ເຊິ່ງຂ້າພະເຈົ້າກໍ່ໄດ້ຢູ່ໃນວົງການນາງງາມ ຫຼືວ່າມີປະສົບການໃນການຈັດການປະກວດມາ ປີນີ້ເປັນປີທີ 11 ແລ້ວ, ດັ່ງນັ້ນ ການປະກວດນາງສາວງາມນີ້ຖືວ່າຢູ່ໃນໃຈຂອງຂ້າພະເຈົ້າມາຕະຫຼອດ
ສໍາລັບ ເງິນລາງວັນໃນປີນີ້ມີດັ່ງນີ້:
ລາງວັນ ຕໍາແໜ່ງ ນາງສາວທ່ອງທ່ຽວລາວ ອັນດັບທີ 1 : ເງິນລາງວັນ 100 ລ້ານ
ລາງວັນ ຕໍາແໜ່ງ ນາງສາວທ່ອງທ່ຽວລາວ ອັນດັບທີ 2 : ເງິນລາງວັນ 50 ລ້ານ
ລາງວັນ ຕໍາແໜ່ງ ນາງສາວທ່ອງທ່ຽວລາວ ອັນດັບທີ 3 : ເງິນລາງວັນ 30 ລ້ານ
ລາງວັນ ຕໍາແໜ່ງ ນາງສາວທ່ອງທ່ຽວລາວ ອັນດັບທີ 4 : ເງິນລາງວັນ 20 ລ້ານ
ລາງວັນ ຕໍາແໜ່ງ ນາງສາວທ່ອງທ່ຽວລາວ ອັນດັບທີ 5 : ເງິນລາງວັນ 15 ລ້ານ
ແລະ ລາງວັນພິເສດອື່ນໆ ມອບທັງມົງກຸດອັນລໍ້າຄ່າ ປະຈໍາຕໍາແໜ່ງແຕ່ລະຄົນ
ສ່ວນເງື່ອນໄຂຜູ້ເຂົ້າສະໝັກມີດັ່ງນີ້:
1.ໂສດແລະບໍ່ເຄີຍແຕ່ງງານກ່ອນ
2.ບໍ່ເຄີຍເກີດລູກມາກ່ອນ
3.ມີອາຍຸ 17-25 ປີ
4.ມີຄວາມສູງບໍ່ຕໍ່າກວ່າ 160 ຊມ ຂຶ້ນໄປ
5.ເປັນຜູ້ຍິງໂດຍກໍາເນີດ
6.ມີຄວາມຮູ້ກ່ຽວກັບປະເທດໂຕເອງ ເຊັ່ນ: ວັດທະນະທໍາ ,ການເມືອງ ,ການຄ້າແລະອື່ນໆ
7.ເປັນບຸກຄົນທີ່ມີປະຫວັດດີເຊັ່ນ:
– ບໍ່ເຄີຍມີຄະດີຕິດໂຕມາກ່ອນ
– ບໍ່ເຄີຍຖ່າຍຮູບຫຼືວີດີໂອລາໝົກອານາຈານ ທຸກໆຊື່ພິມ ຫຼືທາງ social media
ສໍາລັບ ການປກວດ Miss Tourism Laos 2024 ທີ່ຜ່ານມາໄດ້ຮັບຜົນສໍາເລັດຈົບງາມ ປາກົດວ່າ ຈິດຕະກອນ ມູນທະດີ ຄວ້າມົງກຸດປີດັ່ງກ່າວໄປຄອງ ແລະ ຕົວແທນປະເທດລາວ ເຂົ້າຮ່ວມປະກວດໃນເວທີລະດັບໂລກທີ່ປະເທດມາເລເຊຍ ເຊິ່ງປີ 2024 Miss Tourism Laos ໄດ້ຮັບມົງກຸດເພັດມູນຄ່າ 100 ລ້ານກີບ, ລົດໃຫຍ່ 1 ຄັນມູນຄ່າ 450 ລ້ານກີບ ແລະ ເງິນລາງວັນ 150 ລ້ານກີບ.
ຂ່າວ: Larh Creators ; ຮູບຈາກ: