ເສວະນາ ຫຼຸດຜ່ອນການນໍາໃຊ້ ປລາສຕິກ ເພື່ອອະນາຄົດສີຂຽວ

0
75

ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດ ລາວ(ສຄອຊ) ຮ່ວມກັບ ບໍລິສັດ ອີໂຄນັອກສ໌ ລາວ (Econox Laos) ຈັດງານພົບປະໂອ້ລົມອາຫານເຊົ້າ ຄັ້ງທີ 7ຫຼື 7th Plastic FreeSSC Breakfast Talk ພາຍໃຕ້ຫົວຂໍ້ “ທຸລະກິດໝູນວຽນເພື່ອອະນາຄົດສີຂຽວ” ຂຶ້ນໃນວັນທີ 6 ພຶດສະພາ 2025 ທີ່ ສຄອຊ ເປັນປະທານຂອງທ່ານ ສົມຈິດ ອິນທະມິດ ທີ່ປືກສາ ກິດຕິມະສັກ ສຄອຊ, ມີຮອງປະທານ ສຄອຊ, ມີຜູ່ຕ່າງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຜູ້ສະໜັບສະໜູນ ແລະ ບັນດາເຈົ້າຂອງທຸລະກິດໃຫ້ບໍລິການ ແລະ ມ່ວນຊົນເຂົ້າຮ່ວມ

 

ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ: ປັດຈຸບັນ ການພັດທະນາເສດຖະກິດມີການຂະຫຍາຍໂຕ ເພີ່ມຂຶ້ນ ການບໍລິໂພກ ແລະ ຊົມໃຊ້ກໍຂອງສັງຄົມກໍ່ມີການຂະຫຍາຍໂຕໄປຕາມກັນ ໃນນັ້ນ ການນໍາໃຊ້ ປລາສຕິກ ກໍມີເພີ່ມຂຶ້ນ ເຊິ່ງມີທັງຄຸນປະໂຫຍດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ຖ້າຫາກບໍ່ມີການຈັດການທີ່ດີ, ສະນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນບໍ່ວ່າຈະເປັນພາກລັດ, ພາກສັງຄົມ, ພາກທຸລະກິດ ຕ້ອງໄດ້ຊ່ວຍກັນ ຊອກຫາທາງເລືອກໃໝ່ ນໍາໃຊ້ວັດສະດຸທົດແທນ ປລາສຕິກ ເພື່ອເຮັດໃຫ້ ປະລິມານປລາສຕິກ ຫຼຸດລົງ ຮັກສາສິ່ງແວດລ້ອມ ເຊີ່ງພວກເຮົາກໍ່ເຫັນ ຫວ່າງບໍ່ດົນມານີ້ ແຂວງຫົວພັນ ກໍ່ໄດ້ມີໂຮງງານທີ່ນໍາເອົາໃບໄມ້ ມາແປຮູບເປັນຜະລິດຕະພັນ ທົດແທນການນໍາໃຊ້ ກ່ອງໂຟມ ຫຼື ປລາສຕິກ ອັນນີ້ເປັນໂຕແບບ ໜຶ່ງໃນຫຼາຍໆກິດຈະກໍາທີ່ພາກສັງຄົມໄດ້ຊ່ວຍກັນກະຕຸນ ໃຫ້ມີການນໍາໃຊ້ວັດສະດຸອື່ນທົດແທນປລາສຕິກ.

 

ພາຍໃນງານ, ຜູ້ເຂົ້າຮ່ວມໄດ້ມີການຮັບຟັງການສົນທະນາ, ແລກປ່ຽນຈາກບັນດາຜູ້ເສວະນາໃນຂົງເຂດຄວາມຍືນຍົງທີ່ມາຈາກພາກສ່ວນລັດ, ເອກະຊົນ, ທຸລະກິດຕົວແບບຕ່າງໆ ຜ່ານຫົວຂໍ້ “ການໝູນວຽນແມ່ນຄວາມໂດດເດັ່ນຮູບແບບໃໝ່ ທີ່ທຸລະກິດຂະແໜງບໍລິການເປັນຜູ້ນຳແຫ່ງການປ່ຽນແປງ.” ນອກຈາກນີ້, ກໍມີການບັນຍາຍກ່ຽວກັບທິດທາງຂອງເສດຖະກິດໝູນວຽນໃນປະຈຸບັນ ແລະ ຍັງມີການນໍາສະເໜີຈາກ ຄູ່ຮ່ວມງານກໍຄື ອົງການຮ່ວມມືເພື່ອການພັດທະນາລຸກຊຳບວກ (LuxDev) ປະຈຳ ສປປ ລາວ ພາຍໃຕ້ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ ລາວ/336.

 

ພ້ອມດຽວກັນນັ້ນ,ໜ່ວຍທຸລະກິດສີຂຽວ ແລະ ຜູ້ເຂົ້າຮ່ວມກໍໄດ້ມີການຢ້ຽມຊົມການວາງສະແດງຜະລິດຕະພັນ ແລະ ການບໍລິການ ຂອງຜູ້ປະກອບການ, ໜຶ່ງໃນກິດຈະກໍາທີ່ສໍາຄັນຂອງງານໃນຄັ້ງນີ້ ແມ່ນການເປີດໂຕ ສອງໂຄງການທີ່ກ່ຽວຂ້ອງກັບການຫຼຸດ ຜ່ອນການຊົມໃຊ້ປລາສຕິກໄດ້ແກ່ ໂຄງການເຊົ່າຈອກເຈົ້າ ແລະ ໂຄງການຫຼຸດ ຜ່ອນໄມໂຄຣປລາສຕິກຈາກການຊັກເຄື່ອງ. ຕໍ່ກັບໂຄງການເຊົ່າຈອກເຈົ້າ,ໂຄງການດັ່ງກ່າວໄດ້ສະໜອງການບໍລິການການເຊົ່າຈອກທີ່ເປັນອີກທາງເລືອກໃຫ້ແກ່ຜູ້ບໍລິໂພກໃນການປ່ຽນແທນຈາກການໃຊ້ຈອກ ແລະ ປລາສຕິກ ສູ່ ການໃຊ້ຈອກເຊົ່າທີ່ສາມາດນຳໃຊ້ໄດ້ຫຼາຍຄັ້ງ ເຊິ່ງຊ່ວຍຫຼຸດ ຜ່ອນການສ້າງຂີ້ເຫຍື້ອຈາກຈອກປລາສຕິກ.

 

ສໍາລັບໂຄງການຫຼຸດຜ່ອນໄມໂຄຣປລາສຕິກຈາກການຊັກເຄື່ອງ ແມ່ນມີເປົ້າໝາຍແນໃສ່ພາກສ່ວນທຸລະກິດໂຮງແຮມ, ຣີສອດ. ທັງສອງໂຄງການແມ່ນ ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຈາກຫຼາກຫຼາຍພາກສ່ວນເຊັ່ນ: ສະຖາບັນ ຄົ້ນຄ້ວາດ້ານເສດຖະກິດ ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້  ແລະ ອາຊີຕາເວັນອອກ (ERIA),ສະຖາບັນຍຸດທະສາດທາງສິ່ງແວດລ້ອມໂລກ (IGES), ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ອິນໂດເນເຊຍ(UNDP Indonesia) ເເລະ ອື່ນໆ.

 

ກາໝາຍ ສປປ ລາວ ປາສະຈາກ ປລາສຕິກໄດ້ມີການດຳເນີນໂຄງການທີ່ຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງການບໍລິການສາມາດຫຼຸດຜ່ອນສິ່ງເສດເຫຼືອ ໂດຍສະເພາະແມ່ນປລາສຕິກ ແລະ ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ທຸລະກິດສາມາດນຳໃຊ້ແນວທາງປະຕິບັດທີ່ມີຄວາມຍືນຍົງ ເຊິ່ງການດຳເນີນງານພົບປະໂອ້ລົມໃນຄັ້ງນີ້ກໍຖືເປັນກາລະໂອກາດອັນດີ ແລະ ຍັງເປັນຂົວຕໍ່ສຳຄັນແກ່ບັນດາໜ່ວຍງານຕ່າງໆໃນການຮຽນຮູ້, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນເພື່ອການຮ່ວມມືກັນໃນການສົ່ງເສີມວຽກງານຄວາມຍືນຍົງຂອງ ສປປ ລາວ ໃນອະນາຄົດ.

LEAVE A REPLY

Please enter your comment!
Please enter your name here