ເປີດງານວາງສະແດງຈຳໜ່າຍສິນຄ້າODOPແລະສິນຄ້າຄອບຄົວຕົວແບບ

0
88
ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະ ພັນ (ODOP) ແລະ ສິນຄ້າຄອບ ຄົວຕົວແບບ ຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ XI ເປີດຂຶ້ນເປັນທາງການ ທີ່ສູນວາງສະແດງສິນ ຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 5.5.2025 ໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ, ມີພາກ ສ່ວນກ່ຽວຂ້ອງ, ຜູ້ປະກອບການຫົວໜ່ວຍທຸລະກິດ ເຂົ້າຮ່ວມ
ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ກ່າວວ່າ: ການຈັດງານວາງສະແດງ ແລະ ຈຳ ໜ່າຍສິນຄ້າ ODOP ຢູ່ ນວ ໄດ້ປະ ຕິບັດມາແຕ່ 2014, ຮອດປີ 2025 ເປັນຄັ້ງທີ XI ແລະການຈັດງານຄັ້ງນີ້ ເລີ່ມແຕ່ວັນທີ 01-11 ພຶດສະພາ 2025 ພາຍໃຕ້ຄຳຂວັນ “ສົ່ງເສີມ ແລະ ຊົມໃຊ້ຜະລິດຕະພັນພາຍ ໃນ”;ການຈັດງານຄັ້ງນີ້ ກໍ່ເພື່ອຊຸກຍູ້ສົ່ງ ເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າໃຫ້ແກ່ບັນດາ ຫົວໜ່ວຍຈຸນລະວິສາຫະກິດ ວິສາ ຫະກິດຂະໜາດນ້ອຍ ແລະ ກາງ (MSME) ຢູ່ ນວ, ບັນດາແຂວງໃຫ້ມີຕາໜ່າງຕະຫຼາດ ຮອງຮັບຫຼາຍຂຶ້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າທີ່ໄດ້ຮັບຮອງໃຫ້ເປັນສິນຄ້າ
ODOP ຂອງ ນວ-ບັນດາແຂວງ ແລະ ສິນຄ້າຄອບຄົວຕົວແບບ ຊຸກ ຍູ້ໃຫ້ມີການແລກປ່ຽນ ຊື້-ຂາຍສິນ ຄ້າ ໃຫ້ກ້ວາງຂວາງ.
ງານດັ່ງກ່າວ ໄດ້ຮັບການສະໜັບ ສະໜູນຈາກສູນການຄ້າ ລາວ-ໄອເຕັກ ທາງດ້ານສະຖານທີ່, ສື່ໂຄສະ ນາຕ່າງໆ ພ້ອມດ້ວຍກິດຈະກຳຕ່າງໆ ແລະ ຫຼາຍບໍລິສັດ ເຮັດໃຫ້ງານອອກມາໄດ້ ຕາມລະດັບຄາດໝາຍ ຫົວໜ່ວຍທຸລະກິດເຂົ້າຮ່ວມມີຈໍານວນທັງໝົດ 116 ຫົວໜ່ວຍ ຈໍານວນ 165 ຫ້ອງ ຄື:
1. ສິນຄ້າ ODOP ຂອງ ນວ ແລະຕ່າງແຂວງ 60 ຫົວໜ່ວຍ; ສໍາລັບຜະລິດຕະພັນສິນຄ້າ
ODOP ໃນທົ່ວປະເທດ  ເຂົ້າຮ່ວມມີ 7 ແຂວງ ຄື: ຫຼວງພະບາງ, ຫຼວງນໍ້າທາ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ຈໍາປາ ສັກ; ຄາດຄະເນມູນຄ່າສິນຄ້າທີ່ມາວາງຂາຍໃນງານ ມູນຄ່າ 12,49 ຕື້ກີບ.
ພິເສດ ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ຍັງມີບູດພາວິນລຽນ ເພື່ອວາງສະແດງສິນຄ້າທ່າແຮງ ສິນຄ້າອຸດສາຫະກໍາປຸງແຕ່ງ ສິນ ຄ້າຕົວແບບຂອງເມືອງໄຊເສດຖາ ໂດຍໄດ້ຮັບການຊີ້ນໍາ ຈາກສະ ຫາຍ ເລຂາຄະນະພັກເມືອງ-ເຈົ້າເມືອງໄຊເສດຖາ ຈັດຕັ້ງປະຕິບັດ ແລະ ສະໜັບສະໜູນ ໂດຍສະພາການຄ້າ ແລະ ອຸດສາຫະກໍາ ເມືອງໄຊເສດຖາ ເປັນຫ້ອງວາງສະແດງ ທີ່ພົ້ນເດັ່ນຂອງງານໃນຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here