ບໍລິສັດລົງທຶນກວ່າ 5 ລ້ານໂດລາ ເປີດໂຮງງານຜະລິດແປ້ງມັນຕົ້ນຢູ່ເມືອງນໍ້າບາກ

0
113

ໃນວັນທີ 3 ພຶດສະພາຜ່ານມາ ໄດ້ທີພິທີເປີດໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ MTP ທີ່ເມືອງນໍ້າບາກ ແຂວງຫຼວງພະບາງ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຫງວຽນ ວັນ ຝອງ ປະທານກິດຕິມະສັກບໍລິສັດ MTP ຈຳກັດ, ມີແຂກຮັບເຊີນຈາກແຂວງ ແລະ ເມືອງເຂົ້າຮ່ວມ.

May be an image of 12 people and text
ທ່ານ ຫງວຽນ ວັນ ຝອງ ກ່າວວ່າ: ໂຮງງານຜະລິດ ແປງມັນຕົ້ນ ຂອງບໍລິສັດ MTP ເປັນບໍລິສັດໜຶ່ງທີ່ຂຶ້ນກັບກຸ່ມບໍລິສັດ ການຄ້າ-ການລົງທຶນ ທັງແດດ (thung dad) ຈຳກັດ, ມີສໍານັກງານ ຕັ້ງຢູ່ເຂດລຽນຫຽນ ເມືອງຟຸກທໍ້ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໄດ້ລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ຢູ່ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ສປປ ລາວ ໃນເນື້ອທີ່ເກືອບ 10 ເຮັກຕາ, ມູນຄ່າການລົງທຶນທັງໝົດ 5 ລ້ານ 5 ແສນໂດລາ, ໂດຍໄດ້ຮັບການອະນຸຍາດ ການລົງທຶນໃນວັນທີ 12 ພະຈິກ 2024, ມື້ໜຶ່ງສາມາດຜະລິດແປ້ງມັນຕົ້ນໄດ້ 80-100 ໂຕນ, ແຮງງານຕົ້ນຕໍ ແມ່ນແຮງງານທ້ອງຖິ່ນ ກວມ 80% ແລະ ອີກ 20% ເປັນແຮງານຫວຽດນາມ.

May be an image of 3 people and text
ສຳລັບວັດຖຸດີບ ແມ່ນໄດ້ມາຈາກປະຊາຊົນ ເມືອງນໍ້າບາກ, ເມືອງງອຍ, ເມືອງໂພນທອງ ແລະເມືອງປາກອູຈຳນວນໜຶ່ງ, ສ່ວນຕະຫຼາດສົ່ງອອກແມ່ນ ສປ ຈີນ, ສສ ຫວຽດນາມ ແລະ ສົ່ງຂາຍພາຍໃນ ສປປ ລາວ. ທ່ານກ່າວຕື່ມວ່າ: ພາຍໃນໂຮງງານໄດ້ເອົາໃຈໃສ່ຮັກສາສິ່ງແວດລ້ອມ ໂດຍສະເພາະໄດ້ກໍ່ສ້າງບໍບຳບັດນໍ້າເສຍ ຊຶ່ງມີເນື້ອທີ່ 65,000 ແມັດກ້ອນເພື່ອບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນທ້ອງຖິ່ນ, ພ້ອມນັ້ນ ໄດ້ສ້າງຂົວເປຕົງຂ້າມຫ້ວຍນໍ້າຂານ, ມີຄວາມຍາວ 15 ແມັດ, ກວ້າງ 6 ແມັດ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນໄປ-ມາ ຊື້-ຂາຍ.

 

LEAVE A REPLY

Please enter your comment!
Please enter your name here