ວັນທີ 2 ພຶດສະພາ 2025 ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງພິທີ ມອບ-ຮັບ ລົດຫຸ້ມເກາະ ຈຳນວນ 6 ຄັນ ໃຫ້ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ຫຼັງຈາກບົວລະບັດ, ສ້ອມແປງປ່ຽນຖ່າຍສຳເລັດ, ເຊິງໄດ້ຈັດຂຶ້ນຢູ່ ກອງພັນ 615 ກອງພັນໃຫຍ່ 661, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຫົວໜ້າກົມ, ຮອງກົມ, ຄະນະພັກ-ຄະນະບັນຊາ, ບັນດາພະແນກການຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນຕີ ວິໄລພອນ ແສງຄໍາຍອງ ຮອງພະແນກເຕັກນິກລົດຕັງ-ຍານເກາະ ຜູ້ຮັບຜິດຊອບການບົວລະບັດສ້ອມແປງລົດຫຸ້ມເກາະ ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານ ບົວລະບັດສ້ອມແປງລົດຫຸ້ມເກາະໃນແຕ່ລະໄລຍະເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກແຕ່ດ້ວຍຄວາມເອົາໃຈໃສ່ໃກ້ຊິດຕິດແທດ ແລະ ການຊີ້ນຳຈາກຂັ້ນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານສຳເລັດຕາມຄາດໝາຍ, ໃນການຈັດຕັ້ງມອບ-ຮັບລົດຄັ້ງນີ້ແມ່ນ ອີງຕາມ ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຖອນລົດຫຸ້ມເກາະທີ່ເປ່ເພຢູ່ບັນດາກົມກອງ, ກອງບັນຊາການທະຫານແຂວງ, ອີງຕາມການບົວລະບັດສ້ອມແປງ ປ່ຽນຖ່າຍ ແລະ ແລ່ນທົດລອງໄລຍະທາງ 100km ລົດຫຸ້ມເກາະ ຈຳນວນ 6 ຄັນໃຊ້ເວລາແລ່ນທົດລອງ ຈໍານວນ 2 ໄລຍະເຫັນວ່າໄດ້ຮັບຜົນດີ ແລະ ສາມາດສູ້ຮົບໄດ້, ດັ່ງນັ້ນຈຶ່ງໄດ້ມອບລົດຫຸ້ມເກາະຈຳນວນ 6 ຄັນ ໃຫ້ກົມລົດຕັງ-ຍານເກາະ ເປັນຜູ້ນໍາໃຊ້ເກັບມ້ຽນຮັກສາ, ເຂົ້າປະຈຳການກຽມພ້ອມສູ້ຮົບ ແລະ ນຳໃຊ້ຮໍ່າຮຽນຫັດແອບ. ຈາກນັ້ນ ທັງສອງຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ.

ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ໄດ້ຮຽກຮ້ອງໃຫ້ທັງສອງພາກສ່ວນເອົາໃຈໃສ່ ສຶກສາອົບຮົມໃຫ້ພະນັກງານທີ່ເຮັດວຽກວິຊາສະເພາະໃຫ້ຮູ້ນໍາໃຊ້ລົດຫຸ້ມເກາະຢ່າງຄ່ອງແຄ້ວ, ນໍາໃຊ້ໃຫ້ຊໍານິຊໍານານ ເພື່ອເຮັດສໍາເລັດໜ້າທີ່ ທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້, ໂດຍອີງໃສ່ງົບປະມານທີ່ມີໝູນໃຊ້ ແລະ ນໍາໃຊ້ໃຫ້ໄດ້ຮັບຄຸນນະພາບສູງສຸດ, ຖືເອົາການສຶກສາອົບຮົບພະນັກງານນົກຮົບ ໃຫ້ເຂັ້ມງວດຕໍ່ລະບຽບລັກການວຽກງານປົກປັກຮັກສາ ບົວລະບັດເຕັກນິກໃຫ້ຖຶກຕ້ອງຕາມຫຼັກການ, ສ້າງໃຫ້ໄດ້ພະນັກງານເຕັກນິກມືອາຊີບ, ພ້ອມທັງມີຄວາມຮັກມັກໃນອາຊີບຂອງຕົນ, ເອົາໃຈໃສ່ຊັບຊ້ອນ ເຄື່ອງເກາະຫ້ອຍທີ່ປະກອບມານໍາລົດໃຫ້ຖຶກຕ້ອງຄົບຊຸດຕາມທີ່ໄດ້ປະກອບໃຫ້, ໃນນັ້ນພະນັກງານວິຊາການເຕັກນິກ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາ ແລະ ບົວລະບັດພັດເຊັດສາມາດນຳໃຊ້ໄດ້ຍາວນານ.
ໂດຍ: ຄຳສອນ ພົມໄຊຍາ