ປະກາດຕຳແໜ່ງຫົວໜ້າ ແລະຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື

05 May 2025

ຄລິກແຊຣ໌ 0 Facebook WhatsApp

ວັນທີ 5 ພຶດສະພາ 2025 ແຂວງອັດຕະປືໄດ້ມີພິທີປະກາດການຈັດຕັ້ງ ອົງການໄອຍະການປະຊາຊົນແຂວງອັດຕະປື  ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງ​ການກວດກາພັກ-ລັດແຂວງ, ມີຄະນະນຳອົງການໄອຍະການປະຊາຊົນ, ກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 14 people, dais and text
ໃນພິທີດັ່ງກ່າວ ທ່ານ ເພັດສະໝອນ ທອງສີທາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການປະກາດພະນັກງານ ຄື: ຍົກຍ້າຍ ທ່ານ ວິໄລວັນ ແກ້ວເຮືອງສີ ຮອງຫົວໜ້າອົງການໄອຍະການປະຊາຊົນພາກໃຕ້ ເປັນຫົວໜ້າອົງການໄອຍະການ​ປະຊາຊົນແຂວງອັດຕະປືຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 349/ອອປສ, ລົງວັນທີ 2 ພຶດສະພາ 2025, ແຕ່ງຕັ້ງ ຍົກຍ້າຍ ທ່ານ ປັນຍາ ແສງອາລຸນ ຫົວໜ້າພະແນກຕິດຕາມກວດກາການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນພາກໃຕ້ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 352/ອອປສ, ລົງວັນທີ 2 ພຶດສະພາ 2025 ແລະ ຍົກຍ້າຍ ທ່ານ ບຸນເນື່ອງ ວີບູນເຫຼີມ ຫົວໜ້າພະແນກຄົ້ນຄວ້າຫຼັກສູດ ສະ ຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປືຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 351/ອອປສ, ລົງວັນທີ 2 ພຶດສະພາ 2025.

May be an image of 4 people and text that says '王 キ រាា៣រា กาดกษจ์ จัดตั้งอิวภ กาดภรจัดตั้งออภ จัด จัดตั้ง ตั้ง อิวภ'
ໃນໂອກາດດັ່ງກ່າວ ປະທານພິທີກໍໄດ້ໃຫ້ກຽດກ່າວໂອ້ລົມ ໂດຍໄດ້ຍົກໃຫ້ເຫັນເຖິງການແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງອົງການໄອຍະການປະຊາຊົນ ຢູ່ທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍໃຫ້ດີກວ່າເກົ່າ, ຈາກນັ້ນ, ຮຽກຮ້ອງໃຫ້ຜູ້ຮັບໜ້າທີ່ໃໝ່ຕ້ອງໄດ້ເອົາໃຈໃສ່ຍົກສູງບົດບາດການນຳພາຂອງພັກຕໍ່ວຽກງານໄອຍະການປະຊາຊົນ, ກຳແໜ້ນພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ, ປະສານສົມທົບ ກັບ ອົງການຈັດຕັ້ງ ສາຍຕັ້ງ ສາຍຂວາງ, ມີທັດສະນະມະຫາຊົນ, ມີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ພາຍນອກເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍຄວາມມີຫົວຄິດປະດິດສ້າງ, ຄວາມເປັນເຈົ້າການ, ເຮັດແທ້ທຳຈິງ, ເຮັດລ້ອນໜ້າທີ່ການເມືອງຂອງຕົນເປັນຢ່າງດີ; ສືບຕໍ່ຍົກ ສູງຄຸນນະພາບ ໃນການຕິດຕາມກວດກາການປະຕິບັດກົດໝາຍ ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງຂຶ້ນສານຕັດສິນຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ.
ໂດຍ: ໄພບູນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ