ປີ 2024 ທສວ ໄດ້ສະໜອງ ທຶນໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ຄູ່ຮ່ວມມືຂອງ ທສວ ຈໍານວນ 371,93 ຕື້ກີບ, ໂດຍສາມາດສະໜອງສິນເຊື່ອ ໃຫ້ ຈນກ ຈໍານວນ 545 ຫົວໜ່ວຍ 989 ສັນຍາ ລວມມູນຄ່າ 325,41 ຕື້ກີບ.
ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ຂອງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ທີ່ໂຮງແຮມ ສຸພັດຕຣາ ວຽງຈັນ ເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງປະທານສະພາບໍລິຫານ ທສວ ເຂົ້າຮ່ວມມີ ສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ, ຜູ້ໜ້າຈາກກະຊວງຂະແໜງການພາກລັດທີ່ກ່ຽວຂ້ອງ ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມືຂອງ ທສວ.
ຈຸດປະສົງແມ່ນເພື່ອສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຂອງ ທສວ ໃນໄລຍະ 1 ປີ (2024) ຜ່ານມາ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຂອງ ທສວ ນັບຕັ້ງແຕ່ເລີ່ມສ້າງກອງທຶນມາຮອດປະຈຸບັນ ເຊີ່ງຍົກໃຫ້ເຫັນເຖິງຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ວາງແຜນກຳນົດທິດທາງໃນຕໍ່ໜ້າ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານ ທສວ ໃຫ້ມີປະສິດທິຜົນສູງຂຶ້ນ, ສອດຄ່ອງກັບສະພາບຕົວຈິງ ແລະ ສຳເລັດຕາມຄາດໝາຍ. ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ສຳຄັນ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ ເພື່ອການສົ່ງເສີມຜະລິດເປັນສິນຄ້າ ແລະ ຜົນໄດ້ຮັບຈາກການຜະລິດສິນຄ້າ ພາຍຫຼັງໄດ້ຮັບການສະໜອງສິນເຊື່ອ ແລະ ການສະໜອງທຶນໂຄງການວິຊາການ ຈາກ ທສວ. ນອກຈາກນັ້ນ, ຍັງໄດ້ມີການຈັດພິທີມອບຮັບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ຂອງ ທສວ ທີ່ມີຜົນງານດີເດັ່ນປະຈຳປີ 2024 ລວມທັງໝົດ 20 ຫົວໜ່ວຍ
ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າສໍານັກງານສົ່ງເສີມ ຈນກ, ຜູ້ອໍານວຍການ ທສວ ໄດ້ກ່າວວ່າ: ປີ 2024 ທສວ ໄດ້ສະໜອງທຶນໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ຄູ່ຮ່ວມມືຂອງ ທສວ ຈໍານວນ 371,93 ຕື້ກີບ, ໂດຍສາມາດສະໜອງສິນເຊື່ອ ໃຫ້ ຈນກ ຈໍານວນ 545 ຫົວໜ່ວຍ 989 ສັນຍາ ລວມມູນຄ່າ 325,41 ຕື້ກີບ. ໃນນັ້ນ ຂະແໜງກະສິກໍາ ກວມ 44,03%, ຂະແໜງ ບໍລິການ ກວມ 25,34%, ຂະແໜງອຸດສາຫະກໍາກວມ 10,08%, ຂະແໜງຫັດຖະກໍາ ກວມ 4,47% ແລະ ຂະແໜງການຄ້າ ກວມ 15,81%
ການສະໜອງສິນເຊື່ອ ໃຫ້ ຈນກ ໃນປີ 2024 ຈນກ ສາມາດຜະລິີດສິນຄ້າໄດ້ຫຼາຍປະເພດ ເຊິ່ງພົ້ນເດັ່ນໃນຂະແໜງກະສິກໍາ ແມ່ນລ້ຽງງົວ-ຄວາຍ ຈໍານວນ 70 ຫົວໜ່ວຍ, ປູກພືດຜັກ 70 ຫົວໜ່ວຍ, ລ້ຽງໝູ (ຜະລິດລູກໝູ ແລະ ໝູພັນຊີ້ນ) ຈໍານວນ 41 ຫົວໜ່ວຍ, ລ້ຽງເປັດໄກ່(ໄຂ່ ແລະ ຊິ້ນ) ຈໍານວນ 24 ຫົວໜ່ວຍ ແລະ ລ້ຽງປາຈໍານວນ 14 ຫົວໜ່ວຍ. ຂະແໜງຫັດຖະກໍາ ແມ່ນຕໍ່າຫູກ-ທໍໄໝ ຈໍານວນ 24 ຫົວໜ່ວຍ ຫັດຖະກໍາຈັກສານ ຕີບເຂົ້າ ແລະ ອື່ນໆ 16 ຫົວໜ່ວຍ. ນອກນັ້ນແມ່ນອຸດສາຫະກໍາປຸງແຕ່ງ ຈໍານວນ 22 ຫົວໜ່ວຍ.