ຮອງລັດຖະມົນຕີ ຮສສ ພົບປະຢ້ຽມຢາມຜູ້ອອກແຮງງານ

02 May 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ( ນວ ) ເມື່ອວັນທີ 28 ເມສາ ເພື່ອພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດວັນກຳມະກອນສາກົນ ແນໃສ່ຊຸກຍູ້, ສົ່ງເສີມເຮັດໃຫ້ແຮງງານລາວ ກໍຄືໂຮງງານຕັດຫຍິບຢູ່ ສປປ ລາວ ດຳເນີນກິດຈະການໄດ້ຢ່າງໂລ່ງລ່ຽນ.

ໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກໂຮງງານຕັດຫຍິບທັງສອງແຫ່ງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກໍຄືຂະບວນການຜະລິດຕ່າງໆຢູ່ພາຍໃນໂຮງງານ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະ ຮັບຊາບ.


ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນສົ່ງອອກໄປປະເທດໄທ, ຍີ່ປຸ່ນ ແລະ ເອີຣົບ ສາມາດຜະລິດເສື້ອຜ້າ 1.500 ໂຕຕໍ່ມື້, ສາມາດສ້າງລາຍຮັບໃຫ້ແຮງງານລາວ ຕ່ຳສຸດ 1.600.000 ກີບຕໍ່ເດືອນ ( ສຳລັບພະນັກງານເຂົ້າໃໝ່ ). ນອກນີ້, ຍັງມີຄ່າສະຫວັດດີການອື່ນ ເປັນຕົ້ນ ຄ່າລົດ, ຄ່າເຂົ້າ, ຄ່າມາວຽກປົກກະຕິ, ຄ່າເຮັດວຽກເກີນເວລາ ແລະ ຖ້າບໍ່ຂາດວຽກຜູ້ໜຶ່ງຈະມີລາຍຮັບ ຫຼາຍກວ່າ 4 ລ້ານກີບຕໍ່ເດືອນ. ໂຮງງານດັ່ງກ່າວ, ມີພະນັກງານທັງໝົດ 280 ຄົນ, ເຖິງຢ່າງໃດກໍຕາມ ໂຮງງານຍັງຂາດແຄນແຮງງານຫຼາຍກວ່າ 100 ຄົນ ເຊິ່ງບັນຫາດັ່ງກ່າວ ສົ່ງຜົນໃຫ້ໂຮງງານບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ ຈາກ ຄວາມຕ້ອງການ 2.000 ກວ່າໂຕຕໍ່ມື້.

ສຳລັບ ບໍລິສັດ ໂກລິງ ລາວ ຈຳກັດ ມີພະນັກງານທັງໝົດ 2.000 ກວ່າຄົນ, ດຳເນີນທຸລະກິດຕັດຫຍິບເກີບ ເຊິ່ງສາມາດຜະລິດໄດ້ຫຼາຍກວ່າ 73.000 ຄູ່ ເພື່ອສົ່ງອອກໄປຫຼາຍປະເທດ ເຊັ່ນ: ອາເມຣິກາ, ເຢຍລະມັນ, ເອີຣົບ, ການາດາ, ໂປໂລຍ ແລະ ອື່ນໆ. ສຳລັບເງິນເດືອນ ລວມທັງສະຫວັດດີການຕ່າງໆແມ່ນ 4 ລ້ານກວ່າກີບຕໍ່ເດືອນ.


ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ຈັດຕັ້ງປະຕິບັດວຽກງານຂອງສອງໂຮງງານດັ່ງກ່າວ ກໍຄືຜູ້ບໍລິຫານໂຮງງານ ແລະ ແຮງງານທຸກຄົນ ທີ່ໄດ້ມີຄວາມຂະຫຍັນ, ຫ້າວຫັນ ພ້ອມກັນຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນເອງດ້ວຍຄວາມຮັບຜິດຊອບ ໂດຍສະເພາະຜູ້ບໍລິຫານໂຮງງານທີ່ສາມາດຂັບເຄື່ອນທຸລະກິດຂອງຕົນເອງ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ