ໃນວັນທີ 25 ເມສາ 2025, ທີ່ຫ້ອງປະຊຸມຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການຮ່ວມມືສາກົນ ແຫ່ງ ສ.ເກົາຫຼີ ( KOICA ) ແລະ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງນາມບົດບັນທຶກການຮ່ວມມືກ່ຽວກັບ ” ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງ ສປປ ລາວ ”
ເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Jung Yungsoo ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ; ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ.ເກົາຫຼີ ມູນຄ່າ 7 ລ້ານໂດລາສະຫະລັດ, ມີກຳນົດເວລາ 5 ປີ ( 2025 – 2029 ). ອາຄານຈະຖືກສ້າງຂຶ້ນທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ ເນື້ອທີ່ປະມານ 3.000 ຕາແມັດ ( ເນື້ອທີ່ຕົວຈິງ 2.570 ຕາແມັດ ໂດຍຕົວອາຄານຈະກວມເອົາ 1.800 ຕາແມັດ ).
ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກ່າວວ່າ: ໂຄງການນີ້ປະກອບດ້ວຍການກໍ່ສ້າງອາຄານສູນບໍລິການນະວັດຕະກຳ ແລະ ຊັບສິນທາງປັນຍາແຫ່ງຊາດ ສູງ 3 ຊັ້ນ, ການພັດທະນາລະບົບຄຸ້ມຄອງຊັບສິນທາງປັນຍາ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນຂົງເຂດວຽກງານຊັບສິນທາງປັນຍາ.

ນອກຈາກການກໍ່ສ້າງອາຄານແລ້ວ, ໂຄງການຍັງຈະພັດທະນາລະບົບຈັດການຊັບສິນທາງປັນຍາຂອງ ສປປ ລາວ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ສາມາດເຊື່ອມໂຍງກັບສາກົນ ເຊິ່ງປະກອບມີສອງລະບົບຫຼັກໃຫຍ່ ຄື: ແຫຼ່ງຂໍ້ມູນຊັບສິນທາງປັນຍາສຳລັບຜູ້ນຳໃຊ້ທົ່ວໄປ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ ( NIPISC Portal ), ລະບົບຊ່ວຍການກວດສອບແບບອັດສະລິຍະສຳລັບນັກກວດສອບ ( Intelligent Examination Support System). ໂຄງການຍັງມີແຜນຈັດຝຶກອົບຮົມຢູ່ ສ.ເກົາຫຼີ ສຳລັບຜູ້ບໍລິຫານ ແລະ ວິຊາການ, ການຝຶກອົບຮົມພາຍໃນປະເທດຫຼາຍຄັ້ງ ເພື່ອຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂົງເຂດວຽກງານຊັບສິນທາງປັນຍາ.
ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ: ໂຄງການນີ້ແມ່ນໂຄງການທີ່ນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ໄດ້ຮ້ອງຂໍການຮ່ວມມືດ້ວຍຕົນເອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ປີ 2023 ຈຶ່ງສະທ້ອນເຖິງຄວາມສົນໃຈ ແລະ ເຈດຈຳນົງທີ່ຈິງຈັງຂອງ ລັດຖະບານ ສປປ ລາວ.
ທ່ານຍັງໄດ້ເນັ້ນວ່າ ສ.ເກົາຫຼີ ແມ່ນປະເທດທີ່ມີການສະໝັກໃນການຈົດທະບຽນສິດທິບັດເປັນອັນດັບທີ 4 ຂອງໂລກ ແລະ ເປັນປະເທດກ້າວໜ້າໃນຂະແໜງການອຸດສາຫະກຳນະວັດຕະກຳ ທີ່ອີງໃສ່ເຕັກໂນໂລຊີ, ເຮັດໃຫ້ເປັນຄູ່ຮ່ວມມືທີ່ເໝາະສົມສຳລັບ ສປປ ລາວ ໃນຂົງເຂດວຽກງານຊັບສິນທາງປັນຍາ.

ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ໄດ້ມີຄໍາເຫັນບາງຕອນຕໍ່ພິທີດັ່ງກ່າວວ່າ: ການລົງນາມບົດບັນທຶກການຮ່ວມມືໃນຄັ້ງນີ້ ຍັງແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ, ເປັນການສະໜັບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກນິກວິຊາການທີ່ມີຄຸນຄ່າ ເປັນການຍົກລະດັບ ແລະ ພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາ ໃຫ້ມີຄວາມຈະເລີນກ້າວໜ້າໃນລະດັບເທົ່າທຽມກັບພາກພື້ນ ແລະ ສາກົນໄປເທື່ອລະກ້າວ.
ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ Dong Ho KIM ຮອງປະທານສຳນັກງານໃຫຍ່ KOICA ກັບ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ.