ລາວ – ໄທ ຫາລື ການຮ່ວມມືພັດທະນາ ສີມືແຮງງານ

02 May 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ກັບ ຄະນະກຳມາທິການແຮງງານ ວຸດທິສະພາ ແຫ່ງຣາຊະອານາຈັກໄທ ມີຂຶ້ນໃນວັນທີ 25 ເມສາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືວຽກງານການຮ່ວມມືພັດທະນາສີມືແຮງງານ.
ຝ່າຍລາວນຳໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ຝ່າຍໄທ ນຳໂດຍ ທ່ານ ວິຣັດ ຣັກພັນ ປະທານຄະນະກຳມາທິການແຮງງານ ວຸດທິສະພາ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບາງບັນຫາສຳຄັນ ເປັນຕົ້ນ ການຮ່ວມມືດ້ານການພັດທະນາສີມືແຮງງານ ໂດຍຮ່ວມມືສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກໍາມະການຮັບຜິດຊອບວຽກງານຮັບຮູ້ມາດຕະຖານສີມືແຮງງານເຊິ່ງກັນ ແລະ ກັນ, ໄດ້ສົມທຽບມາດຕະຖານສີມືແຮງງານ ຂະແໜງກໍ່ສ້າງເຄຫາສະຖານ ສາຂາອາຊີບຊ່າງກໍ່ ແລະ ສາຂາອາຊີບຊ່າງໂບກ ພາຍໃຕ້ໂຄງການຮັບຮູ້ສີມືແຮງງານອາຊຽນ ລະຫວ່າງ ລາວ ແລະ ໄທ; ການຮ່ວມມືດ້ານການຈ້າງແຮງງານ ໃນໄລຍະປີ 2022 – 2024 ເຊິ່ງມີຜູ້ອອກແຮງງານລາວ ເດີນທາງໄປເຮັດວຽກຢູ່ປະເທດໄທ ພາຍໃຕ້ລະບົບ ( MOU ) ຈໍານວນ 2 ແສນ ກວ່າຄົນ. ສໍາລັບປີ 2024 ກະຊວງແຮງງານ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ໂດຍສະເພາະໃນຂົງເຂດອຸດສາຫະກຳ, ຂົງເຂດກະສິກຳ ແລະ ການບໍລິການ 1 ແສນກວ່າຄົນ.


ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ – ສະເໜີສອງຝ່າຍສືບຕໍ່ສົມທົບຝ່າຍໄທ ເພື່ອຢັ້ງຢືນ ແລະ ຮັບຮອງຜົນການສົມທຽບ ມາດຕະຖານສີມືແຮງງານຂະແໜງກໍ່ສ້າງເຄຫາສະຖານ, ສາຂາອາຊີບຊ່າງກໍ່ ແລະ ຊ່າງໂບກ ທີ່ໄດ້ດໍາເນີນການສົມທຽບສໍາເລັດໄລຍະຜ່ານມາ ແລະ ສືບຕໍ່ສົມທົບກັບກະຊວງແຮງງານ ແລະ ພາກສ່ວນກ່ຽວຂ້ອງຂອງໄທ ເພື່ອຈັດຕັ້ງປະຕິບັດໂຄງການຝຶກສີມືແຮງງານໃນສາຂາ – ອາຊີບບໍລິການໃຫ້ແຮງງານລາວ ກ່ອນທີ່ຈະໄປເຮັດຢູ່ປະເທດໄທ. ພ້ອມນັ້ນ, ຍັງສະເໜີຝ່າຍໄທ ຊ່ວຍຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບຕໍ່ການປຶກສາຫາລື ແລະ ປັບປຸງເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານໄທ ສະບັບເຊັນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການຈ້າງແຮງງານ ລາວ – ໄທ ສະບັບເຊັນປີ 2017 ໂດຍສະເພາະ ຈະໄດ້ລົງເລິກຄົ້ນຄວ້າບາງມາດຕາ ທີ່ເຫັນວ່າເນື້ອໃນບໍ່ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນສະພາບປັດຈຸບັນ.

ສືບຕໍ່ປະສານສົມທົບສ້າງກົນໄກການປະສານງານ ແລະ ຮ່ວມມື ເພື່ອຄົ້ນຄວ້າປຶກສາຫາລືຄວາມເປັນໄປໄດ້ໃນການລົງເລິກຮ່ວມມືໃນແຕ່ລະດ້ານ ເຊັ່ນ: ດ້ານການພັດທະນາສີມືແຮງງານ, ດ້ານການຄຸ້ມຄອງແຮງງານ ແລະ ດ້ານປະກັນສັງຄົມ ລະຫວ່າງ ສອງປະເທດ ເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ – ໄທ ໃຫ້ກວ້າງ ຂວາງ ແລະ ເລິກເຊິ່ງຕາມສະພາບເງື່ອນໄຂຂອງແຕ່ລະໄລຍະ, ລວມທັງສືບຕໍ່ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ລາວ – ໄທ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນໃນປີ 2015 ແລະ ເພື່ອເປັນການຜັນຂະຫຍາຍເນື້ອໃນຜົນສໍາເລັດ ການພົບກັນຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄັ້ງທີ 20 ກຸມພາ 2025 ຜ່ານມາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ