ເປີດກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝສາມັນ ປະຈຳປີ 2024 

0
144

ໃນວັນທີ 30 ເມສາ 2025 ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝສາມັນ ປະຈໍາປີ 2024 , ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປອ. ອາຄົມ ປຣະເສີດ, ຮອງປະທານສະພາບໍລິຫານ ທຄຕລ, ມີ​ຜູ້​ຖື​ຮຸ້ນ​ເຂົ້າຮ່ວມ​​ດ້ວຍ​ຕົນ​ເອງຈຳນວນ 43 ທ່ານ, ຜູ້ມອບ​ສິດຈຳນວນ 231 ທ່ານ ຊຶ່ງລວມຈໍານວນຮຸ້ນທັງ​ໝົດທີ່ເຂົ້າຮ່ວມກອງປະຊຸມເທົ່າ​ກັບ 836,449,765 ຮຸ້ນ, ນັບ​ທັງ 81,244,345 ຮຸ້ນ ທີ່​ຖືກມອບ​ສິດ, ບັນລຸ​ອັດຕາ​ສ່ວນ 80.535% ຂອງ​ຈຳນວນ​ຮຸ້ນ ທຄຕລ ທັງໝົດ, ນອກນັ້ນ ຍັງມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບລາວ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມຕິດຕາມກອງປະຊຸມອີກດ້ວຍ.

 

ກອງປະຊຸມໄດ້ດໍາເນີນແຕ່ລະວາລະຢ່າງຄົບຖ້ວນ ພ້ອມທັງໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນສອບຖາມບັນດາຂໍ້ສົນໃຈຕ່າງໆ ແລະ ຄະນະບໍລິຫານ ທຄຕລ ກໍ່ໄດ້ອະທິບາຍຊີ້ແຈງໃນແຕ່ລະບັນຫາຢ່າງກົງໄປກົງມາ ເຊິ່ງກອງປະຊຸມໄດ້ພິຈາລະນາຮັບຮອງບັນຫາສໍາຄັນດັ່ງນີ້:

1. ຮັບຮອງເອົາບົດບັນທຶກກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝສາມັນ ປະຈຳປີ 2023 ຈັດໄດ້ຂຶ້ນໃນວັນທີ 29 ເມສາ 2024;
2. ຮັບຮອງບົດລາຍງານຜົນການດໍາເນີນງານ ແລະ ເອກະສານລາຍງານການເງິນຂອງ ທຄຕລ ປະຈຳປີ 2024;
3. ຮັບຮອງການຈັດສັນກຳໄລ ປະຈໍາປີ 2024 ເຂົ້າຄັງສະສົມຕາມລະບຽບການ ແລະ ຮັບຮອງການຈ່າຍເງິນປັນຜົນ, ເຊິ່ງໃນປີ 2024 ທຄຕລ ມີກຳໄລສຸດທິ 449 ຕື້ກີບ ເທົ່າກັບ 149% ຂອງແຜນການປີ. ກອງປະຊຸມຈຶ່ງມີມະຕິຈ່າຍເງິນປັນຜົນໃຫ້ຜູ້ຖືຮຸ້ນໃນອັດຕາ 100 ກີບ/ຮຸ້ນ, ລວມເປັນເງິນທັງໝົດ 103.86 ຕື້ກີບ ໂດຍກໍານົດເອົາວັນທີ 14 ພຶດສະພາ 2025 ເປັນມື້ຈ່າຍເງິນປັນຜົນ;
4. ຮັບຮອງເອົາແຜນການປີ 2025 ຂອງ ທຄຕລ ເຊິ່ງໄດ້ວາງຄາດໝາຍກຳໄລສຸດທິບໍ່ຫຼຸດ 550 ຕື້ກີບ;
5. ຮັບຮອງເອົາເເຜນຍຸດທະສາດພັດທະນາ ທຄຕລ ໄລຍະ 2025-2029 ພາຍໃຕ້ວິໄສທັດ: “ເຂັ້ມແຂງ ທັນສະ ໄໝ ໄດ້ມາດຕະຖານສາກົນ”;
6. ຮັບຮອງເອົາບໍລິສັດ PwC ເປັນຜູ້ກວດສອບອິດສະລະປະຈໍາປີ 2025;
7. ຮັບຮອງການແຕ່ງຕັ້ງ ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ ເປັນຕາງຫນ້າຜູ້ຖືຮຸ້ນຝ່າຍລັດ ເປັນປະທານສະພາບໍລິຫານ ທຄຕລ, ທ່ານ Arnaud Delaunay, ຕາງຫນ້າຄູ່ຮ່ວມຍຸດທະສາດ ເປັນສະມາຊິກສະພາບໍລິຫານ ທຄຕລ ເພື່ອປ່ຽນແທນທ່ານທີ່ພົ້ນຈາກໜ້າທີ່ ແລະ ຮັບຮອງອາຍຸການຂອງສະພາບໍລິຫານ;
8. ຮັບຮອງການເພີ່ມທຶນຈົດທະບຽນຂອງ ທຄຕລ;
9. ຮັບຮອງການຂາຍຮຸ້ນ ທີ່ ທຄຕລ ຖືຄອງຢູ່ທະນາຄານລາວ-ຝຣັ່ງ ຈໍາກັດ;
10. ຮັບຮອງການຂາຍຮຸ້ນທີ່ ທຄຕລ ຖືຄອງຢູ່ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ;

ໃນກອງປະຊຸມ ທ່ານ ນ. ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ ກໍ່ໄດ້ກ່າວໃຫ້ຄວາມໝັ້ນໃຈຕໍ່ຜູ້ຖືຮຸ້ນ ທຄຕລ ວ່າ ຄະນະບໍລິຫານ ທຄຕລ ຈະພະຍາຍາມສູ້ຊົນແກ້ໄຂບັນຫາຄົງຄ້າງຕ່າງໆຂອງ ທຄຕລ, ຈະພະຍາຍາມສູ້ຊົນປະຕິບັດແຜນທຸລະກິດປະຈໍາປີ 2025 ໃຫ້ບັນລຸເປົ້າໝາຍ ແລະ ສ້າງຜົນກໍາໄລສູງສຸດ ເພື່ອຮັກສາຜົນປະໂຫຍດຂອງອົງກອນ ແລະ ຂອງຜູ້ຖືຮຸ້ນ. ກອງປະຊຸມໄດ້ດໍາເນີນໄປຢ່າງມີຜົນສໍາເລັດຢ່າງຈົບງາມ.

LEAVE A REPLY

Please enter your comment!
Please enter your name here