ຫວຽດນາມ – ກຳປູເຈຍ ຈະຊຸກຍູ້ການຄ້າສອງຝ່າຍ ໃຫ້ບັນລຸ 20 ຕື້ໂດລາ

0
78

ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງການຄ້າ ກຳປູເຈຍ ຈະສູ້ຊົນຊຸກຍູ້ການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາດ້ານການຄ້າສອງຝ່າຍ, ໃນພາກພື້ນອາຊຽນ ແລະ ໃນໂລກ.

อาจเป็นรูปภาพของ 1 คน และ ข้อความพูดว่า "I"

ຕອນຄ່ຳວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Cham Nimul ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ແລະ ບັນດາພະນັກງານຂັ້ນສູງຂອງກະຊວງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າຂໍ້ຕົກລົງຊຸກຍູ້ດ້ານການຄ້າສອງຝ່າຍ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານ ກຳປູເຈຍ ໄລຍະ 2025 – 2026 ແມ່ນເອກະສານດ້ານນິຕິກຳສຳຄັນ, ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າຜ່ານບັນດາບຸລິມະສິດພາສີ, ຂຸດຄົ້ນລັກສະນະເພີ່ມຕື່ມຂອງສອງພື້ນຖານເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ສ້າງພື້ນຖານເພື່ອໃຫ້ສອງປະເທດບັນລຸໄດ້ຄາດໝາຍ 20 ຕື້ໂດລາ ໃນໄລຍະຈະມາເຖິງໂດຍໄວ.

อาจเป็นรูปภาพของ 1 คน, ลานเก็บไม้ขาย และ ข้อความ

ທ່ານນາຍົກລັດຖະມົນຕີ ສະເໜີກະຊວງການຄ້າອຸດສາຫະກຳສອງປະເທດ ສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ.

ສ່ວນທ່ານລັດຖະມົນຕີກະຊວງການຄ້າ ກຳປູເຈຍ ຢືນຢັນ: ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງການຄ້າ ກຳປູເຈຍ ຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ໂດລາໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາດ້ານການຄ້າສອງຝ່າຍ, ໃນພາກພື້ນອາຊຽນ ແລະ ໃນໂລກ.

LEAVE A REPLY

Please enter your comment!
Please enter your name here