ລັດຖະບານອິນໂດເນເຊຍ ໄດ້ວາງເປົ້າໝາຍຈະຈຳໜ່າຍລົດຍົນໄຟຟ້າ ( EV ) 100.000 ຄັນ ໃນທ້າຍປີ 2025, ໃນຂະນະທີ່ການນຳໃຊ້ລົດ EV ໃນປະເທດສືບຕໍ່ເພີ່ມຂຶ້ນ.
ທ່ານ ຣັກມັດ ໄຄມຸດດິນ ຮອງຜູ້ອຳນວຍການດ້ານການປະສານງານໂຄງລ່າງພື້ນຖານພາຍໃຕ້ກະຊວງປະສານງານ ເພື່ອໂຄງລ່າງພື້ນຖານ ແລະ ການພັດທະນາພາກພື້ນຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ: ແຕ່ເດືອນມັງກອນ ຫາ ກາງເດືອນເມສາປີນີ້ ອິນໂດເນເຊຍ ໄດ້ຂາຍລົດ EV ຫຼາຍກວ່າ 16.000 ຄັນ ເຮັດໃຫ້ເປົ້າໝາຍການຂາຍລົດ EV 100.000 ຄັນຂອງປີນີ້ບັນລຸໄດ້ ຖ້າເບິ່ງຕາມທ່າອ່ຽງ.
ທ່ານ ໄຄມຸດດິນ ກ່າວວ່າ: ຍອດຂາຍລົດ EV ໃນອິນໂດເນເຊຍ ໄດ້ເພີ່ມຂຶ້ນທຸກປີ ນັບແຕ່ປີ 2021. ໃນປີ 2024 ຍອດຂາຍໄດ້ເພີ່ມຂຶ້ນ 152,9% ເມື່ອທຽບໃສ່ປີກາຍເປັນ 43.000 ຄັນ ເພີ່ມຂຶ້ນຈາກ 17.000 ຄັນໃນປີ 2023.