ບີວາຍດີ ( BYD ) ຜູ້ຜະລິດລົດໄຟຟ້າ ຫຼື ອີວີ ( EV ) ໄດ້ເລີ່ມກໍ່ສ້າງໂຮງງານປະກອບລົດທີ່ເຂດເສດຖະກິດພິເສດ ສີຫານຸວີລ ໃນແຂວງພະສີຫານຸ ຂອງກຳປູເຈຍ ເມື່ອວັນທີ 29 ເມສາ 2025.
ໂຮງງານແຫ່ງນີ້ ຈະເປັນອີກໝາກຜົນແຫ່ງການຮ່ວມມື ກຳປູເຈຍ – ສປ ຈີນ. ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ( BRI ) ແລະ ເປັນການຢືນຢັນວ່າ: ນັກລົງທຶນຈີນ ມີຄວາມໝັ້ນໃຈຕໍ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ການລົງທຶນຂອງກຳປູເຈຍ, ພ້ອມທັງເປັນສູນກາງໃນການຖ່າຍທອດຂີດ ຄວາມສາມາດ ແລະ ເຕັກໂນໂລຊີໃໝ່ໃນຂະແໜງ EV ໃຫ້ແກ່ບຸກຄະລາກອນຂອງກຳປູເຈຍ.
BYD ເປັນຍີ່ຫໍ້ EV ທີ່ນິຍົມໃນກຳປູເຈຍ. ຖັດມາແມ່ນ ໂຕໂຢຕ້າ ຈາກຍີ່ປຸ່ນ ແລະ ເທສລາ ( Tesla ) ຈາກສະຫະລັດອາເມຣິກາ.
ຈຳນວນການຈົດທະບຽນລົດ EV ໃນກຳປູເຈຍ ໃນປີ 2024 ມີທັງໝົດ 2.253 ຄັນ ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກ 313 ຄັນ ໃນປີ 2023 ແລະ ກຳປູເຈຍ ຕັ້ງເປົ້າຈະເພີ່ມຈຳນວນຂຶ້ນເປັນ 30.000 ຄັນ ໃນປີ 2030.