ໄຕມາດ 1 ເສດຖະກິດຈີນ ຂະຫຍາຍຕົວ 5,4%

0
80

ວິທະຍຸສາກົນ ແຫ່ງ ສປ ຈີນ ລາຍງານວ່າ: ເສດຖະກິດຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະໄຕມາດທີ 1 ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າການຄາດຄະເນຂອງນັກເສດຖະສາດທີ່ຄາດຄະເນໄວ້ 5,1% ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2024, ທັງສູງກວ່າການເຕີບໂຕຂອງໝົດປີ 2024 ທີ່ເຕີບໂຕ 5%.

อาจเป็นรูปภาพของ ถนน, ถนน และ ตึกระฟ้า

ກ່ອນໜ້ານີ້ກອງທຶນການເງິນສາກົນ ( IMF ) ໄດ້ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດໂລກປີ 2025 ລົງເຫຼືອ 2,8% ເນື່ອງຈາກຄວາມບໍ່ແນ່ນອນຈາກສົງຄາມການຄ້າທີ່ເພີ່ມສູງຂຶ້ນ ແລະ ນະໂຍບາຍບໍ່ມີທິດທາງທີ່ລະອຽດ.

ກຳລັງຂັບເຄື່ອນສໍາຄັນຂອງ ສປ ຈີນ: ເມື່ອກ້າວສູ່ປີ 2025, ເສດຖະກິດຂອງ ສປ ຈີນ ໄດ້ສະແດງໃຫ້ເຫັນກໍາລັງແຫ່ງຄວາມກະຕືລືລົ້ນສອງຢ່າງ ທີ່ເພີ່ມຂຶ້ນໃນໄຕມາດທີ 1 ເຊິ່ງມາຈາກການຜະລິດອຸດສາຫະກຳ ແລະ ການບໍລິໂພກທີ່ເຕີບໂຕຢ່າງໜັກແໜ້ນ. ຜົນຜະລິດອຸດສາຫະກຳ ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີກາຍ, ຂະນະທີ່ຍອດຂາຍຍ່ອຍ ( ການຊື້ສິນຄ້າຂອງຜູ້ບໍລິໂພກ ) ມີມູນຄ່າສູງເຖິງ 12,47 ພັນຕື້ຢວນ ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

LEAVE A REPLY

Please enter your comment!
Please enter your name here