ເປີດງານສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ

30 Apr 2025

ຄລິກແຊຣ໌ 0 Facebook WhatsApp

ເປີດງານສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ (30 ເມສາ 1957 – 30 ເມສາ 2025), ໃນວັນທີ 30 ເມສາ 2025 ທີ່ ຫໍວັດທະນະທຳແຫ່ງຊາດ
ພິທີດັ່ງກ່າວໃຫ້ກຽເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ສະຫາຍ ຟ່ານ ມິ່ງ ຈ້ຽນ, ອຸປະທູດຊົ່ວຄາວ ສະຖານທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ທີ່້ນັບຖື, ມີບັນດາສະຫາຍ ຄະນະປະຈຳພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຂະແໜງ ການ, ອົງການຕ່າງໆ ແລະ ສື່ມວນຊົນລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວວ່າ: ວັນທີ 30 ເມສາ ແມ່ນວັນທີ່ມີຄວາມໝາຍສຳຄັນທີ່ສຸດທາງປະຫວັດສາດ ເປັນວັນທີ່ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນເປັນພິເສດ ເພາະເປັນວັນປົດປ່ອຍພາກໃຕ້ຫວຽດນາມ, ເປັນວັນແຫ່ງການທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ແລະ ເປັນມະຫາໄຊລະດູບານໃໝ່ ປີ 1975 ເຊິ່ງມາຮອດປີນີ້ ຄົບຮອບ 50 ປີພໍດີ.

ເພື່ອເປັນການປະກອບສ່ວນສະເຫຼີມສະຫຼອງ ແລະ ໂຄສະນາເຜີຍແຜ່ຄວາມໝາຍຄວາມສຳຄັນປະຫວັດ ຄວາມເປັນມາ 50 ປີແຫ່ງໄຊຊະນະບັ້ນຮົບໂຮ່ຈິມິນ ປົດປ່ອຍຫວຽດນາມໃຕ້ ແລະ ປົດປ່ອຍໄຊງ່ອນໄດ້ຢ່າງສົມ ບູນໃນຄັ້ງວັນທີ 30 ເມສາ 1975 ເຮັດໃຫ້ຫວຽດນາມເໜືອ-ຫວຽດນາມໃຕ້ໄດ້ລວມເຂົ້າເປັນປະເທດໜື່ງດຽວ, ພ້ອມກັນນີ້, ຍັງໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນດູດດື່ມຂອງສອງປະເທດລາວ-ຫວຽດນາມ ບໍ່ວ່າຍາມໃດ, ໄລຍະໃດ ບັນດາສະຫາຍ ອາດີດການນຳຂັ້ນສູງ, ບັນດານັກຊ່ຽວຊານ, ທະຫານອາສາສະໝັກ ກໍ່ຄືປະຊາຊົນ ສອງຊາດລາວ-ຫວຽດນາມ ໄດ້ມີການພົບປະ ໄປມາຫາສູ່ແລກປ່ຽນ, ຖອດຖອນບົດຮຽນທີ່ດີຮ່ວມກັນ ໃນການພັດທະນາສ້າງສາປະເທດຊາດໃຫ້ເຕີບໃຫຍ່ ຂະຫຍາຍຕົວ ໃນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ພ້ອມທັງການທະຫານ ໃຫ້ມີມີຄວາມເຂັ້ມແຂງ ໃນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

ໂດຍໄດ້ຮັບການຮ່ວມມືຈາກ ສະຖານທູດແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ແລະ ກະຊວງປ້ອງກັນປະເທດ. ມື້ນີ້ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈື່ງໄດ້ຈັດງານວາງສະແດງ ຮູບພາບ ທີ່ຫໍວັດທະນະທໍາແຫ່ງຊາດ ໃນຄັ້ງນີ້ຂຶ້ນ. ຊື່ງການວາງສະແດງຮູບພາບນີ້ ຈະໄດ້ສືບຕໍ່ໄປຮອດວັນທີ 02 ພຶດສະພາ 2025 ເພື່ອໃຫ້ບັນດາມວນຊົນທົ່ວໄປ ສາມາດເຂົ້າມາຢ້ຽມຊົມ, ສຶກສາເຖິງປະຫວັດຄວາມໝາຍ ສໍາຄັນຂອງວັນດັ່ງກ່າວ.

ເຊິ່ງຮູບພາບທີ່ນຳມາສະແດງໃນຄັ້ງນີ້, ແມ່ນສະແດງໃຫ້ເຫັນເຖິງ ເຫດການທີ່ສໍາຄັນອີກເຫດການໜຶ່ງທີ່ໄດ້ຖືກ ຈາລືຶກໄວ້ໃນ ປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມທີ່ໄດ້ ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ. ຊື່ງໄຊ ຊະນະດັ່ງກ່າວ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ໄຊຊະ ນະລວມແຫ່ງກ້ອນກຳລັງສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄືໄຊຊະນະລວມຂອງ ສາມປະເທດອ້າຍນ້ອງ ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ. ຜົນສຳເລັດຈາກໄຊຊະນະດັ່ງ ກ່າວ ໄດ້ເຮັດໃຫ້ ສສ ຫວຽດນາມ ມີຄວາມສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຊີວິດການເປັນຢູ່ທີ່ມີຄຸນນະພາບທີ່ດີຂຶ້ນເລື່ອຍໆ, ປະເທດຊາດມີຄວາມ ເຂັ້ມແຂງ, ປອດໄພ ແລະ ສະຫງົບສຸກ. ດັ່ງທີ່ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ ແຫ່ງ ສປປ ລາວ ທີ່ກ່າວໄວ້ວ່າ “ໄຊຊະນະດັ່ງກ່າວ ກໍເປັນເໝືອນດັ່ງໄຊຊະນະຂອງຕົນເອງ ເພາະວ່າໄຊ ຊະນະດັ່ງກ່າວ ໄດ້ກາຍ ເປັນກຳລັງໃຈອັນແຮງກ້າໃຫ້ພວກຂ້າພະເຈົ້າ ໃນການນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຂອງຕົນ” ຊື່ງໄດ້ສະແດງໃຫ້ເຫັນວ່າ ພັກ-ລັດແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຖະນຸຖະ ໜອມ, ເພິ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍສຳພັນ ມິດຕະພາບທີ່ດີຂອງສອງຊາດ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ຮອບດ້ານ ໃນທຸກທົ່ວຂົງເຂດ ເພື່ອຮັບປະກັນການຮ່ວມມືໃຫ້ມີການແຕກ ດອກອອກຜົນຢ່າງ ບໍ່ຢຸດຢັ້ງ ມາສູ່ປະຊາຊົນສອງຊາດເຮົາ.
ຂ່າວ-ຮູບ:​ Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ