ໃນວັນທີ 28 ເມສາ 2025 ທະນາຄານຮ່ວມພັດທະນາ Joint Development Bank (JDB) ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດປະຈຳໄຕມາດ1 ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ນະຄອນຫຼວງວຽງຈັນ
ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ນາງ ພອນສະໄໝ ສຸກຂະຜົນ ຮອງປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ, ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງ ເຂົ້າຮ່ວມກອງປະຊຸມຜ່ານລະບົບ Video Conference. ເຊິ່ງເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ.
ຕະຫຼອດການດຳເນີນກອງປະຊຸມດັ່ງກ່າວ ໄດ້ມີການຮັບຟັງການລາຍງານເຖີງຜົນສຳເລັດວຽກງານຫຼາຍໆດ້ານໃນ 3 ເດືອນທີ່ຜ່ານມາ ເຊັ່ນ: ດ້ານແຫ່ງທືນ ແລະການນຳໃຊ້ທຶນ JDB ມີຍອດຊັບສິນທັງໝົດເພີ່ມຂຶ້ນ 3,34% ຈາກປີ 2024; ຈໍານວນເງິນຝາກ ເມື່ອທຽບໃສ່ແຜນການໄຕມາດ 1 ສາມາດປະຕິບັດໄດ້ 51,61%; ການສະໜອງສິນເຊື່ອປະຕິບັດໄດ້ 243,34 %; ຜົນການດໍາເນີນທຸລະກິດປະຈໍາໄຕມາດ1 ຂອງ JDB ສາມາດປະຕິບັດໄດ້ 13,91 % ທຽບໃສ່ແຜນການປີ 2025, JDB ເປັນທະຄານທີ່ທັນສະໄໝ ມີຄູ່ຮ່ວມທຸລະກິດ Business Partner ຢ່າງກວ້າງຂວາງ ໄດ້ສະໜອງລະບົບການຮັບຊຳລະເງິນ Payment Platformໃຫ້ກັບກຸ່ມທຸລະກິດ ecommerce ທັງພາຍໃນ ແລະຕ່າງປະເທດ ເຊັ່ນ: Dynamic LAO QR, Deeplink Payment, Visa Payment Gateway, Master Card Payment Gateway, UnionPay Payment Gateway, WechatPay ແລະ AliPay.
ເພື່ອກ້າວສູ່ ການເປັນສູນກາງຊໍາລະສະສາງ ຫຼື Payment Hub ໃນອາຊຽນ ແລະສາກົນ JDB ໄດ້ຂະຫຍາຍການຮ່ວມມືກັບບັນດາທະນາຄານໃນຕ່າງປະເທດ. ໃນປະຈຸບັນສາມາດໂອນເງິນໄປຕ່າງປະເທດໄດ້ຫຼາຍກວ່າ 100 ປະເທດ ທົ່ວໂລກ.
ທະນາຄານຮ່ວມພັດທະນາ ມຸ່ງໝັ້ນພັດທະນາການບໍລິການທີ່ເປັນເລີດ, ວ່ອງໄວ ແລະ ທັນສະໄໝ ເຊື່ອມຕໍ່ກັບສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນທາງການເງິນ ໃໝ່ຢ່າງສະໝໍ່າສະເໝີດ້ວຍລະບົບເທັກໂນໂລຍີທີ່ທັນທະໄໝ ປະສານກັບການບໍລິການທີ່ໂດດເດັ່ນຂອງພະນັກງານ, ສ້າງຜົນປະໂຫຍດສູງສຸດໃຫ້ກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ.