KK Neo ແລະ LEON Esports ຄວ້າແຊ້ມ MOBILE LEGENDS, ສ່ວນ NINE Esports ເປັນແຊ້ມ ROV ໃນງານ ROV TRUE SEA GAMES 2025

0
85

ການແຂ່ງຂັນກິລາອີສະປອດໃນງານ ROV TRUE SEA GAMES 2025 ຍັງສືບຕໍ່ສ້າງຄວາມຕື່ນເຕັ້ນໃຫ້ແກ່ແຟນໆຢ່າງບໍ່ຢຸດຢັ້ງ ໂດຍສະເພາະຢ່າງຍິ່ງການແຂ່ງຂັນໃນເກມ MOBILE LEGENDS: BANG BANG ແລະ REALM OF VALOR (ROV) ທີ່ເຕັມໄປດ້ວຍການແຂ່ງຂັນທີ່ສຸດມັນເມື່ອອາທິດທີ່ຜ່ານມາ.

ໃນປະເພດເກມ MOBILE LEGENDS: BANG BANG ທີມຍິງ KK NEO ໄດ້ສະແດງການຫຼິ້ນທີ່ເຂັ້ມແຂງເກີນຄວາມຄາດໝາຍ ພວກເຂົາສາມາດເອົາຊະນະທີມ NINE SPORT ໄປໄດ້ຢ່າງເດັດຂາດດ້ວຍຄະແນນ 2-0 ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍທັກສະການຫຼິ້ນ ແລະ ທີມເວີກທີ່ບໍ່ມີໃຜທຽບ.

ຂະນະທີ່ໃນປະເພດເກມ MOBILE LEGENDS: BANG BANG ທີມຊາຍ ການແຂ່ງຂັນລະຫວ່າງທີມ LEON Esports ແລະ ທີມ KK Esports ເປັນໄປຢ່າງດຸເດືອດ ແຕ່ສຸດທ້າຍເປັນທີມ LEON Esports ທີ່ສາມາດຄວ້າໄຊຊະນະໄປໄດ້ດ້ວຍຄະແນນ 2-0 ສະແດງໃຫ້ເຫັນເຖິງການວາງແຜນ ແລະ ການຫຼິ້ນເປັນທີມທີ່ເໜືອກວ່າ.

-ສ່ວນໃນການແຂ່ງຂັນເກມ ROV ທີມ NINE Esports ຍັງຄົງຮັກສາລະດັບການຫຼິ້ນທີ່ຍອດຢ້ຽມໄວ້ໄດ້ຢ່າງຕໍ່ເນື່ອງ ພວກເຂົາສາມາດເອົາຊະນະທີມ RNG ໄປດ້ວຍຄະແນນ 2-0 ຄວ້າແຊ້ມໃນປະເພດເກມ ROV ໄປຄອງໄດ້ຢ່າງສົມສັກສີ.

ໄຊຊະນະຂອງທີມ KK Neo, LEON Esports ແລະ INE Esports ໃນງານ ROV TRUE SEA GAMES 2025 ຄັ້ງນີ້ ຖືເປັນອີກໜ້າປະຫວັດສາດຂອງວົງການອີສະປອດລາວ ທີ່ສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ຄວາມສາມາດຂອງນັກກິລາລາວໃນການແຂ່ງຂັນລະດັບສາກົນ ແລະ ເປັນແຮງບັນດານໃຈໃຫ້ນັກກິລາອີສະປອດ ແລະ ຜູ້ທີ່ສົນໃຈໃນວົງການນີ້ຕໍ່ໄປ.
ຂໍ້ມູນ-ຮູບຈາກ: Lao Esports Federation

LEAVE A REPLY

Please enter your comment!
Please enter your name here