ໃນວັນທີ 29 ເມສາ 2025 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ
ສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກ ຖວທ ແຂວງ ພ້ອມຄະນະໄດ້ສົມທົບກັບທ່ານ ບຸນຊູ ທຸ່ນຊົມພູ ເຈົ້າເມືອງຈຳພອນ ລົງສຳຫຼວດບັນດາດອນກາງນ້ຳຝາຍສຸຍ ເມືອງຈຳພອນ ເພື່ອສຶກສາຄວາມເປັນໄປໄດ້ໃນພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຫຼາກຫຼາຍການບໍລິການແກ່ນັກທ່ອງທ່ຽວ.

ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກ ຖວທ ແຂວງ ໄດ້ມີຄຳເຫັນວ່າ: ເມືອງຈຳພອນ ແມ່ນມີທາງແຮງຫຼາຍດ້ານທາງດ້ານການທ່ອງທ່ຽວເພາະເປັນເມືອງວົງຈອນການທ່ອງທ່ຽວ ສະເພາະຈຸດທ່ອງທ່ຽວຝາຍສຸຍແມ່ນມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍໂດຍສະເພາະໃນຊ່ວງບຸນປີໃໝ່ລາວ (ກຸດສົງການ) ແລະ ຊ່ວງໄລຍະເດືອນສິງຫາ,ກັນຍາ ແລະ ເດືອນຕຸລາຂອງທຸກໆປີ (ເປັນຊ່ວງລະດູຝົນ) ເຮັດໃຫ້ມີນ້ຳໄຫຼໂຕນຜ່ານປາກລະບາຍນ້ຳທີ່ສ້າງຄວາມສວຍງາມ ແລະ ໜ້າທ່ຽວຫຼິ້ນທີ່ສຸດ ສະນັ້ນເພື່ອເປັນການຂະຫຍາຍສະຖານທີ່ທ່ອງທ່ຽວໃຫ້ຫຼາຍຂຶ້ນ, ສ້າງໃຫ້ມີຫຼາກຫຼາຍກິດຈະກຳ ທາງພະແນກ ຖວທ ແຂວງ ຈຶ່ງໄດ້ສົມທົບກັບຄະນະນຳຂອງເມືອງ, ຫ້ອງການ ຖວທ ເມືອງ ເພື່ອພ້ອມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາດອນກາງນຳ້ຝາຍສຸຍໃຫ້ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ມີການບໍລິການທາງດ້ານຮ້ານອາຫານ, ຣີສອດ, ແຄັມປິ້ງ, ສ້າງສວນດອກໄມ້, ກິດຈະກຳທາງສາສະໜາ (ຂີ່ເຮືອຕັກບາດຍາມເຊົ້າ) ເພາະຕາມແຜນແມ່ນຈະສ້າງວັດທີ່ດອນໝາກແຕງໃນເນື້ອທີ່ເຄິ່ງເຮັກຕາ, ສ່ວນວ່າດອນຖ້ຳເງິນ ແລະ ດອນໝາກຄັ່ງໃນເນື້ອທີ 4 ເຮັກຕາແມ່ນຈະສ້າງເປັນຣີສອດ, ຮ້ານອາຫານ, ຮ້ານກາເຟ ແລະ ການບໍລິການອື່ນໆ.

ເຊິ່ງດອນດັ່ງກ່າວມີໄລຍະຫ່າງຈາກຕະຝັ່ງປະມານ 2 ກິໂລແມັດເຄິ່ງໃຊ້ເວລາການເດີນທາງດ້ວຍເຮືອຈັກປະມານ 15 ນາທີ, ຖ້າຂີ່ເຮືອນແພຂວ້າມພ້ອມຮັບປະທານອາຫານ ແລະ ຊົມທິວທັດທຳມະຊາດໄປນຳແມ່ນໃຊ້ເວລາ 30 ນາທີ. ບັນດາກິດຈະກຳດັ່ງກ່າວນອກຈາກຈະເປັນການສ້າງລາຍຮັບໃຫ້ແກ່ຜູ້ປະກອບການແລ້ວ, ຍັງຈະສ້າງລາຍຮັບໃຫ້ກັບປະຊາຊົນບັນດາບ້ານອ້ອມຂ້າງໃນການບໍລິການຮັບ-ສົ່ງນັກທ່ອງທ່ຽວ, ການຂາຍຜະລິດຕະພັນທ້ອງຖິ່ນ, ການບໍລິການນຳທ່ຽວ ແລະ ອື່ນໆ.

ໂອກາດດັ່ງກ່າວ ທ່ານ ບຸນຊູ ທຸ່ນຊົມພູ ເຈົ້າເມືອງຈຳພອນ ຍັງໄດ້ມີຄຳເຫັນວ່າ: ການມາທ່ຽວເມືອງຈຳພອນ ແມ່ນເລີ່ມຕົ້ນທ່ຽວແຕ່ວັດພຣະທາດກູ່, ວັດປ່າພູຄ້ໍ, ອ່າງເກັບນ້ຳຝາຍສຸຍ, ທ່ຽວດົງລີງ, ຫໍໄຕປີດົກ ບ້ານໜອງລຳຈັນ, ທ່ຽວວັດເກົ່າຕາແຫຼວ ແລະ ທ່ຽວຊົມໜອງປາຝາບ້ານດອນແດງ ມາຮອດປັດຈຸບັນສະຖານທີ່ທ່ອງທ່ຽວພາຍໃນເມືອງຈຳພອນ ແມ່ນໄດ້ຮັບການປັບປຸງດີຂຶ້ນໂດຍສະເພາະທາງດ້ານພື້ນຖານໂຄງລ່າງຖະໜົນຫົນທາງແມ່ນໄປມາສະດວກກວ່າແຕ່ກ່ອນຫຼາຍ ແລະ ເມື່ອບໍ່ດົນມານີ້ແມ່ນໄດ້ປະກາດຮັບຮອງເອົາສະຖານທີ່ທ່ອງທ່ຽວ ຫໍໄຕປິດົກ ແລະ ວັດເກົ່າຕາແຫຼວເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ