ສປປ ລາວ ສະຫຼອງວັນສຸຂະພາບໂລກ 2025

0
46
ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງວັນສຸຂະພາບໂລກ 2025 ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ຂຶ້ນໃນວັນທີ 29 ເມສານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂທມາສ ລາມມາ ອຸປະທູດແຫ່ງລຸກຊຳບວກ ປະຈຳ ສປປ ລາວ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ປະຈຳ ສປປ ລາວ, ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈຳ ສປປ ລາວ, ທ່ານ ທິິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນສຸຂະພາບໂລກ ແມ່ນຈັດຂຶ້ນທຸກໆປີ ໂດຍມີຈຸດປະສົງ ເພື່ອສົ່ງເສີມຄວາມພະຍາຍາມໃນທົ່ວໂລກ ເພື່ອປັບປຸງວຽກງານສາທາລະນະສຸກ ໂດຍຫົວຂໍ້ຂອງປີນີ້ແມ່ນ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ຊຶ່ງສຸມໃສ່ການເພີ່ມທະວີຄວາມພະຍາຍາມ ເພື່ອຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະພາບແມ່ຍິງໃນໄລຍະຍາວ.
ໂອກາດນີ້, ລັດຖະບານແຫ່ງ ສປປ ລາວ ຮ່ວມກັບລັດຖະບານລຸກຊຳບວກ, ອົງການ UNICEF, ອົງການ UNFPA ແລະ ອົງການ WHO ໄດ້ຮ່ວມກັນສະເຫຼີມສະຫຼອງຄວາມຄືບໜ້າໃນການປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງແມ່, ເດັກນ້ອຍ ແລະ ໄວໜຸ່ມ ທົ່ວປະເທດຜ່ານແຜນງານຮ່ວມຂອງອົງການສະຫະປະຊາຊາດ (United Nations Joint Programme) ເພື່ອສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ແຜນງານຮ່ວມຂອງອົງການສະຫະປະຊາຊາດ ແມ່ນຈັດຕັ້ງປະຕິບັດພາຍໃຕ້ການນຳພາຂອງກະຊວງສາທາລະນະສຸກ ຮ່ວມກັບລັດຖະບານລຸກຊຳບວກ ແລະ ບັນດາອົງການສະຫະປະຊາຊາດນັ້ນ ເປັນເວລາ 15 ປີ ແລະ ເປັນແຜນງານທີ່ສໍາຄັນໃນການເສີມຂະຫຍາຍລະບົບສາທາລະນະສຸກໃນ ສປປ ລາວ.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ຜ່ານມາ, ພວກເຮົາໄດ້ສ້າງຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນການຍົກສູງສຸຂະພາບແມ່ ແລະ ເດັກເກີດໃໝ່ ໃນ ສປປ ລາວ ຊຶ່ງແຜນງານຮ່ວມຂອງອົງການສະຫະປະຊາຊາດນີ້ ກໍໄດ້ມີສ່ວນສຳຄັນໃນການຮັບປະກັນການເຂົ້າເຖິງການບໍລິການສຸຂະພາບທີ່ຈໍາເປັນສຳລັບກຸ່ມທີ່ມີຄວາມສ່ຽງທີ່ສຸດ. ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືຂອງບັນດາຄູ່ຮ່ວມພັດທະນາທຸກພາກສ່ວນໃນວຽກງານອັນສຳຄັນນີ້ ແລະ ຫວັງວ່າຈະສາມາດຜັນຂະຫຍາຍການຮ່ວມມືຕໍ່ໄປ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.”
ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໄດ້ຊ່ວຍສະໜັບສະໜູນບັນດາສະຖານທີ່ບໍລິການສາທາລະນະສຸກທົ່ວປະເທດ ໂດຍການສະໜອງອຸປະກອນທີ່ຈໍາເປັນ, ການຝຶກອົບຮົມສຳລັບບຸກຄະລາກອນສາທາລະນະສຸກ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ, ພ້ອມທັງການພັດທະນາຊຸດບໍລິການສຸຂະພາບແບບເຊື່ອມສານທີ່ເນັ້ນໃສ່ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ເລີ່ມຕັ້ງແຕ່ການວາງແຜນ ແລະ ນະໂຍບາຍ ຈົນເຖິງການສະໜອງການບໍລິການດ້ານສຸຂະພາບ, ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໄດ້ຊ່ວຍຮັບປະກັນຄຸນນະພາບ ແລະ ຜົນໄດ້ຮັບດ້ານສຸຂະພາບທີ່ດີແບບຍືນຍົງໃຫ້ແກ່ບັນດາແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນທຸກໄລຍະຂອງຊີວິດ.
ທ່ານ ໂທມາສ ລາມມາ ໄດ້ກ່າວວ່າ: “ລຸກຊຳບວກ ມີຄວາມພາກພູມໃຈ ທີ່ໄດ້ຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງສຸຂະພາບທີ່ດີ ໃຫ້ປະຊາຊົນລາວທຸກຄົນ. ໃນຂະນະທີ່ ສປປ ລາວ ກະກຽມຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ການລົງທຶນຢ່າງຕໍ່ເນື່ອງ ໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ນັ້ນບໍ່ພຽງແຕ່ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອຮັກສາຄວາມຄືບໜ້າໃນວຽກງານສາທາລະນະສຸກເທົ່ານັ້ນ ແຕ່ຍັງເປັນສິ່ງສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດອີກເຊັ່ນດຽວກັນ.”

LEAVE A REPLY

Please enter your comment!
Please enter your name here