ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີວັນປົດປ່ອຍພາກໃຕ້ຫວຽດນາມ

0
90

ໃນວັນທີ 30 ເມສາ 2025, ສສ ຫວຽດນາມ ໄດ້ຈັດພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ຢູ່​ນະຄອນໂຮຈິມິນ ສສ ຫວຽດນາມ ຢ່າງຍິ່ງໃຫຍ່, ໂດຍມີການນຳຂັ້ນສູງພັກ-ລັດ ຂອງ ສສ ຫວຽດນາມ ແລະ ມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ.

May be an image of 6 people, oboe, clarinet and text
ໃນພິທີ, ສະຫາຍເລຂາທິການໃຫຍ່ ໂຕ ເລີມ ເນັ້ນໜັກເຖິງ “ຄວາມໝາຍປະຫວັດສາດຂອງໄຊຊະນະໃນວັນທີ 30 ເມສາ 1975 ເປັນໄຊຊະນະແຫ່ງນ້ຳໃຈຮັກຊາດ, ວິລະຊົນປະຕິວັດ, ຄວາມສາມັກຄີຂອງຊາດ, ປະກອບສ່ວນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ຢືນຢັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ປົກ​ປັກ​ຮັກສາ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຊຸກຍູ້​ການ​ປະດິດ​ສ້າງ ​ແລະ ພັດທະນາ, ກໍ່ສ້າງ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ, ຮັ່ງມີ​ເຂັ້ມ​ແຂງ ​ແລະ ມີ​ຄວາມສຸກ.”

May be an image of 2 people, crowd and text
ຂໍ້ມູນ: ຂ່າວສານຫວຽດນາມ

LEAVE A REPLY

Please enter your comment!
Please enter your name here