ກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

0
104
ກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 28 ເມສາ 2025 ທີ່ ນະຄອນຫຼວງພະບາງ, ສປປ ລາວ, ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍລາວ ນໍາໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ ແລະ ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຮ່ວມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ. ໃນໂອກາດນີ້, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນທັດສະນະຮ່ວມກັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການປຶກສາຫາລືຈຸດທີ່ເຫັນດີເປັນເອກະພາບ ແລະ ແກ້ໄຂຈຸດຄົງຄ້າງຕ່າງໆ ແລະ ໄດ້ຮ່ວມກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ແລະ ພ້ອມກັນກໍານົດແຜນການເຮັດວຽກຮ່ວມກັນໃນໄຕມາດ 3 ຂອງປີ 2025 ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມແບບໃໝ່ (ປັກຫຼັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ຢູ່ ແຂວງອັດຕະປື, ສປປ ລາວ ກັບ ແຂວງລັດຕະນະຄີລີ ແລະ ແຂວງຊຽງແຕງ, ຣາຊະອານາຈັກກໍາປູເຈຍ ຈົນໄປເຖິງຈຸດຄົບເສັ້ນຊາຍແດນສາມປະເທດ ລາວ-ກໍາປູເຈຍ-ຫວຽດນາມ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ມີຄວາມຄືບໜ້າເປັນກ້າວໆ ແນໃສ່ຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານໃຫ້ປະກົດຜົນເປັນຈິງ ແລະ ປັບປຸງຊີວິດການເປັນຢູ່ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນໃຫ້ດີຂຶ້ນເທື່ອລະກ້າວ.

LEAVE A REPLY

Please enter your comment!
Please enter your name here