ຮອງລັດຖະມົນຕີ ກະຊວງ ຮສສ ພົບປະຢ້ຽມຢາມຜູ້ອອກແຮງງານ ຢູ່ໂຮງງານຕັດຫຍິບ

0
84
ໃນວັນທີ 28 ເມສາ 2025 ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ເພື່ອພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ 2025 ແນໃສ່ຊຸກຍູ້, ສົ່ງເສີມເຮັດໃຫ້ແຮງງານລາວ ກໍຄື ໂຮງງານຕັດຫຍິບ ຢູ່ ສປປ ລາວ ດຳເນີນກິດຈະການໄດ້ຢ່າງໂລ່ງລ່ຽນ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ.
ໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກໂຮງງານຕັດຫຍິບທັງສອງແຫ່ງ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດ ວຽກງານ ກໍຄື ຂະບວນການຜະລິດຕ່າງໆ ຢູ່ພາຍໃນໂຮງງານ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການກຳເນີນ ທຸລະກິດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍ ຄະນະ ຮັບຊາບ. ໃນນັ້ນ, ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນ ສົ່ງອອກໄປປະເທດ ໄທ, ຍີ່ປຸ່ນ ແລະ ເອີຣົບ ສາມາດຜະລິດເສື້ອຜ້າ 1.500 ໂຕຕໍ່ມື້, ສາມາດສ້າງລາຍຮັບໃຫ້ແຮງງານລາວ ຕ່ຳສຸດ 1.600.000 ກີບຕໍ່ເດືອນ(ສຳລັບພະນັກເຂົ້າໃໝ່). ນອກນີ້, ຍັງມີຄ່າສະຫວັດດີການອື່ນ ເປັນຕົ້ນ ຄ່າລົດ, ຄ່າເຂົ້າ, ຄ່າມາວຽກປົກກະ ຕິ, ຄ່າເຮັດວຽກເກີນເວລາ ແລະ ຖ້າບໍ່ຂາດວຽກຜູ້ໜຶ່ງຈະມີລາຍຮັບ ຫລາຍກວ່າ 4 ລ້ານກີບຕໍ່ເດືອນ. ໂຮງງານດັ່ງກ່າວ, ມີພະນັກງານທັງໝົດ 280 ຄົນ, ເຖິງຢ່າງໃດກໍຕາມ ໂຮງງານຍັງຂາດແຄນແຮງງານຫລາຍກວ່າ 100 ຄົນ ເຊິ່ງບັນຫາດັ່ງກ່າວ, ສົ່ງຜົນໃຫ້ໂຮງງານບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫລາດ ຈາກຄວາມຕ້ອງການ 2.000 ກວ່າໂຕຕໍ່ມື້. ສຳລັບ ບໍລິສັດ ໂກລິງ ລາວ ຈຳກັດ, ມີພະນັກງານທັງໝົດ 2.000 ກວ່າຄົນ, ກຳເນີນທຸລະກິດຕັດຫຍິບເກີບ ເຊິ່ງສາມາດຜະລິດໄດ້ຫລາຍກວ່າ 73.000 ຄູ່ ເພື່ອສົ່ງອອກໄປຫລາຍປະເທດ ເຊັ່ນ: ອາເມລິກາ, ເຢຍລະມັນ, ເອີຣົບ, ການາດາ, ໂປໂລຍ ແລະ ອື່ນໆ. ສຳລັບເງິນເດືອນ ລວມທັງສະຫວັດດີການຕ່າງໆ ແມ່ນ 4 ລ້ານກວ່າກີບຕໍ່ເດືອນ. ທັງສອງໂຮງງານດັ່ງກ່າວ, ໄດ້ມີສະຫວັດດີການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີທີ່ພັກໃຫ້ຢູ່ບໍ່ໄດ້ເສຍຄ່າ, ມີເງິນອຸດໜູນຕ່າງໆ ແລະ ບໍລິການອື່ນໆ ໃຫ້ກັບພະນັກງານ ຢູ່ພາຍໃນໂຮງງານຢ່າງທົ່ວເຖິງ.
ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ຈັດຕັ້ງປະຕິບັດວຽກງານ ຂອງສອງໂຮງງານດັ່ງກ່າວ ກໍຄື ຜູ້ບໍລິຫານໂຮງງານ ແລະ ແຮງງານທຸກຄົນ ທີ່ໄດ້ມີຄວາມຂະຫຍັ່ນ, ຫ້າວຫັນ ພ້ອມກັນຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນເອງດ້ວຍຄວາມຮັບຜິດຊອບ ໂດຍສະເພາະ ຜູ້ບໍລິຫານໂຮງງານ ທີ່ສາມາດຂັບເຄື່ອນທຸລະກິດຂອງຕົນເອງ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ໂຮງງານຍັງໄດ້ມີຄວາມເອົາໃຈໃສ່ໃນການເບິ່ງແຍງດ້ານ ເງື່ອນໄຂການເຮັດວຽກ, ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ເປັນຕົ້ນ ສະຫວັດດີການແຮງງານ ຕິດພັນກັບເງິນເດືອນ-ຄ່າແຮງງານ, ການເຂົ້າສູ່ລະບົບປະກັນສັງຄົມ, ສ້າງວຽກເຮັດງານທຳໃຫ້ ແກ່ແຮງານລາວ ໄດ້ມີວຽກເຮັດງານທຳ, ມີລາຍຮັບ, ກຸ້ມຢູ່ກຸ້ມກິນ, ທັງເປັນການປະກອບສ່ວນຊຸກຍູ້ ແລະ ດຶງດູດເອົາແຮງງານລາວເຂົ້າມາເຮັດວຽກຢູ່ພາຍໃນປະເທດ, ຫລຸດຜ່ອນອັດຕາການຫລັງໄຫລຂອງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here