ລັດຖະບານຍີ່ປຸ່ນປະກາດປະດັບຫຼຽນກຽດຕິຄຸນ (ຊັ້ນ I) ໃຫ້ທ່ານນາຍົກທີ່ສ້າງຜົນງານດີເດັ່ນເສີມສ້າງສາຍພົວພັນຮ່ວມກັນ

0
167

ອີງຕາມຂໍ້ມູນຈາກເພຈ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວໃຫ້ຮູ້ວ່າ: ລັດຖະບານຍີ່ປຸ່ນໄດ້ປະກາດປະດັບຫຼຽນກຽດຕິຄຸນອາທິດອຸໄທ (ຊັ້ນ I) ໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ພະນະທ່ານ ສອນໄຊ ສີພັນດອນ ໄດ້ສ້າງຜົນງານອັນດີເດັ່ນໃນການເສີມສ້າງສາຍພົວພັນກັບປະເທດຍີ່ປຸ່ນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນດັ່ງລຸ່ມນີ້:
1. ພະນະທ່ານ ສອນໄຊ ສີພັນດອນ ໄດ້ເອົາໃຈໃສ່ໃນການເຊີນຊວນບໍລິສັດຍີ່ປຸ່ນເຂົ້າມາລົງທຶນຢູ່ປະເທດລາວ ແລະ ພ້ອມທັງໄດ້ປັບປຸງສະພາບແວດລ້ອມການລົງທຶນໃນປະເທດລາວໃນຊ່ວງໄລຍະດໍາລົງຕໍາແໜ່ງສໍາຄັນຕ່າງໆເຊັ່ນ: ເຈົ້າແຂວງຈຳປາສັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງນາຍົກລັດຖະມົນຕີ.

May be an image of 1 person
2. ໃນເດືອນຕຸລາປີຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຕ້ອນຮັບ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ໃນໂອກາດເຄື່ອນໄຫວຢ້ຽມຢາມປະເທດລາວຢ່າງເປັນທາງການ. ພະນະທ່ານ ສອນໄຊ ສີພັນດອນ ໃນນາມເປັນປະທານກອງປະຊຸມອາຊຽນກໍ່ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມສຸດຍອດປະຊາຄົມບໍ່ປ່ອຍອາຍພິດອາຊີ (AZEC) ທີ່ແມ່ນຫົວຂໍ້ລິເລີ່ມຈາກປະເທດຍີ່ປຸ່ນ.

3. ໃນເດືອນມັງກອນປີນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ເດີນທາງໄປເຮັດວຽກທີ່ປະເທດຍີ່ປຸ່ນ ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຍີ່ປຸ່ນ-ລາວ ແລະ ພ້ອມທັງໄດ້ເຫັນດີຮ່ວມກັບ ພະນະທ່ານ ອິຊິບະ ຊິເງະຣຸ ໃນການຍົກລະດັບສາຍພົວພັນລະຫວ່າງສອງປະເທດມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”.

ສຳລັບພິທີມອບຫຼຽນກຽດຕິຄຸນໃຫ້ ພະນະທ່ານ ສອນໄຊ ສີພັນດອນ ຈະຖືກຈັດຂຶ້ນໃນອະນາຄົດອັນໃກ້.

LEAVE A REPLY

Please enter your comment!
Please enter your name here