ກຸ່ມບໍລິສັດຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ (Drone DJI Matrice) ອຸປະກອນທັນສະໄໝ ໃຫ້ແຂວງຈຳປາສັກ
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ Drone DJI Matrice ອຸປະກອນທັນສະໄໝ ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ( Real-time).
ພິທີມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 28 ເມສາ 2025, ທີ່ສຳນັກງານ ກຸ່ມບໍລິສັດຮຸ້ນສ່ວນພາກໃຕ້ລາວ ຈຳກັດ, ໂດຍການມອບຂອງ ທ່ານ ດວງຕາ ສະໝິງວົງສາ ປະທານ ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ໂດຍມີ ບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ. ເຊິ່ງອຸປະກອນທີ່ນຳມາມອບລວມມີ: Drone DJI Matrice ລຸ້ນ 30T 1 ຊຸດ, Drone DJI Matrice 4T 2 ຊຸດ, Galaxy Tab S10 Ultra 5G 1 ເຄື່ອງ ແລະ ອຸປະກອນທັນສະໄໝ ຈຳນວນໜຶ່ງ ລວມມູນຄ່າທັງໝົດ 700 ລ້ານກວ່າກີບ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານ ດວງຕາ ສະໝິງວົງສາ ປະທານ ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ພ້ອມຄະນະ ທີ່ໄດ້ມອບໂດຼນ Drone DJI Matrice ພ້ອມດ້ວຍອຸປະກອນທັນສະໄໝ ຈຳນວນ 3 ຊຸດ ເຊິ່ງລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈຳປາສັກ ເຊິ່ງທ່ານເຫັນໄດ້ເຖິງຄວາມສຳຄັນໃນວຽກງານອັນລວມຂອງຄະນະພັກ-ອົງການປົກຄອງແຂວງ, ເຫັນໄດ້ເຖິງຄວາມສຳຄັນຂອງນະໂຍບາຍຂອງພັກ-ລັດຖະບານ ໃນການຫັນໄປສູ່ທັນສະໄໝ, ໂດຍສະເພາະ ຮັບໃຊ້ເຂົ້າໃນການວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ, ໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ ແລະ ວຽກງານອື່ນໆ ທັງເປັນການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ, ເປັນການປະກອນສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ, ຄະນະພັກ-ອົງການປົກຄອງແຂວງຈຳປາສັກຈະຄຸ້ມຄອງ ນຳໃຊ້ອຸປະກອນດັ່ງກ່າວໃຫ້ເກິດປະໂຫຍດສູງສູດ.
ຂ່າວ: ທັດຊະນະ