ການປະກວດ ມິສແກຣນ ຊຽງຂວາງ 2025 ( Miss Grand Xiangkhouang ) ໄດ້ສໍາເລັດໄປອີກຂັ້ນຫຼັງຈາກມີການຮັບສະໝັກມາແຕ່ເດືອນມີນາ ແລະ ຫຼ້າສຸດອາທິດທີ່ຜ່ານມາ ກໍໄດ້ມີການຖະແຫຼງຂ່າວຢ່າງເປັນທາງການ ທີ່ໂຮງແຮມໂກເອັກໂກ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ດາວົງສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວແຂວງ, ຄະນະຮັບຜິດຊອບຈັດງານ, ຜູ້ອຸປະຖໍາ ແລະ ນ້ອງນາງສາວຜູ້ເຂົ້າປະກວດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ເພັດສະໝອນ ດາວົງສອນ ການຈັດງານໃນຄັ້ງນີ້ວ່າ ປີນີ້ເປັນປີທໍາອິດຂອງແຂວງຊຽງຂວາງ ເພື່ອເປັນເວທີ່ສົ່ງເສີມໃຫ້ຊາວໜຸ່ມແມ່ຍິງຂວາງຊຽງຂວາງ ໄດ້ສະແດງຄວາມສາມາດ, ໄດ້ຮຽນຮຸ້ ແລະ ກ້າສະແດງອອກ ຍັງຖືໄດ້ວ່າເປັນໃບໜ້າໃໝ່ຂອງຊາວຊຽງຂວາງພ້ອມທັງເປັນໃບເບີກທາງເພື່ອໃຫ້ຜູ້ທີ່ມັກຮັກ ແລະ ມີພອນສະຫວັນກ້າວສູ່ຄວາມຝັນ ແລະ ມີຄວາມໄຝ່ຝັນຢາກເປັນນາງງາມໃນເວທີສາກົນ.
ສໍາລັບ ງານປະກວດແມ່ນໄດ້ເລີ່ມເປີດຮັບສະໝັກມາແຕ່ວັນທີ 30 ມີນາ 2025 ເປັນຕົ້ນມາ ແລະ ຈະປິດຮັບສະໃນວັນທີ 5 ພຶດສະພາ 2025 ເງື່ອນໄຂຜູ້ທີ່ຈະສະໝັກ ແມ່ນບໍ່ຈໍາກັດຊົນຊາດຊົນເຜົາ ມີອາຍຸແຕ່ 18-29 ປີ ສະຖານະໂສດ ມີສ່ວນສູງ 160 ເຊັນຕີແມັດຂຶ້ນໄປ. ເຊິ່ງຈະມີການເດີນແບບຊ້ອມໃຫຍ່ ແລະ ປະກາດຜົນລາງວັນໃນວັນ 9-10 ພຶດສະພາ 2025.
ສໍາລັບຜູ້ທີ່ໄດ້ຮັບຄັດເລືອກທີ່ໄດ້ອັນດັບ 1 ຈະໄດ້ຮັບເງິນລາງວັນ,ມົງກຸດພ້ອມສາຍສະພາຍ ແລະ ເປັນຕົວແທນຂອງແຂວງຊຽງຂວາງ ໄປປະກວດ ມິສແກຣນ ທົ່ວປະເທດທີ່ນະຄອນຫຼວງວຽງຈັນ, ສໍາລັບນ້ອງໆນາງສາວຄົນໃດມີຄວາມສາມາດ ມີພອນສະຫວັນ ມັກຮັກໃນດ້ານນີ້ ມີເງື່ອນໄຂຄົບຖ້ວນສາມາດສະໝັກໄດ້ ຕິດຕໍ່ຄະນະຮັບຊອບຕາມນີ້ 020 56236659.
ພາບ-ຂ່າວ: ຄຸດ.ຄົນທໍາມະດາ