ວັນທີ 25 ເມສາ 2025 ຜ່ານມານີ້ ຢູ່ທີ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ, ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກການ, ຂະແໜງການທີ່ກຽ່ວຂ້ອງ ພ້ອມດ້ວຍຜູ້ຮັບເໝົາກໍ່ສ້າງຂອງບໍລິສັດເຂົ້າຮ່ວມ.

ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານຜົນສໍາເລັດຂອງໂຄງການ ກ່ຽວກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ທຶນໂຄງການຮ່ວມມືລາວ-ເກົາຫຼີ (ຫຼືເອີ້ນວ່າ: ໂຄງການສ້າງແຜນກິດຈະກໍາ ເພື່ອສ້າງລາຍຮັບໃຫ້ປະຊາຊົນເຂດພາກເໜືອ ແລະ ພາກກາງ ສປປ ລາວ) ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສາທາລະນະລັດເກົາຫຼີ ຢູ່ແຂວງບໍລິຄໍາໄຊ ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສ.ເກົາຫຼີ ສະບັບລົງວັນທີ 18 ພະຈິກ 2021; ຕາງໜ້າລັດຖະບານ ສປປ ລາວ ໂດຍກະຊວງກະສິກໍາ ແລະ ປ່າໄມ້, ຕາງໜ້າລັດຖະບານ ສ.ເກົາຫຼີ ໂດຍອົງການກອຍກາ ປະຈໍາ ສປປ ລາວ; ວ່າດ້ວຍການຮ່ວມມືພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນເຂດຊົນນະບົດ ພາກເໜືອ ແລະ ພາກກາງຂອງ ສປປ ລາວ

ຈຸດປະສົງຂອງໂຄງການ ເພື່ອປັບປຸງພື້ນຖານໂຄງລ່າງດ້ານກະສິກໍາ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ ແລະ ຜູ້ນໍາຊຸມຊົນ, ສົ່ງເສີມການສ້າງອາຊີບ, ສ້າງລາຍຮັບ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເປົ້າໝາຍໂຄງການຮ່ວມມື ລາວ-ເກົາຫຼີ ກວມເອົາ 3 ແຂວງ 7 ເມືອງ 14 ບ້ານ ມູນຄ່າການຊ່ວຍເຫຼືອທັງໝົດ 12 ລ້ານ 5 ແສນໂດລາສະຫະລັດ. ສຳລັບແຂວງບໍລິຄໍາໄຊ ໄດ້ຮັບການຊ່ວຍເຫຼືອຈາກໂຄງການມີ 3 ເມືອງ 6 ບ້ານຄື: ເມືອງບໍລິຄັນ 2 ບ້ານ ບ້ານຜາເມືອງ ແລະ ບ້ານດົງ, ເມືອງຄໍາເກີດ 2 ບ້ານຄື ບ້ານທົ່ງແສນ ແລະ ບ້ານປຸ່ງປ່າຕາວ, ເມືອງວຽງທອງ 2 ບ້ານຄື ບ້ານຈອມທອງ ແລະ ບ້ານໂພນດູ່ ມູນຄ່າການຊ່ວຍເຫຼືອຢູ່ແຂວງບໍລິຄໍາໄຊ ທັງໝົດ 1,590,000 ໂດລາສະຫະລັດ; ລວມມີ 77 ກິດຈະກໍາ ໃນນັ້ນທຶນໂຄງການຂັ້ນແຂວງມູນຄ່າ 600,000 ໂດລາສະຫະລັດ ແລະ ທຶນຂອງແຂວງສົມທົບກັບໂຄງການມູນຄ່າ 1 ຕື້ກີບ.

ຈາກນັ້ນ, ທ່ານ ວິລອນ ວັນນະບົວທອງ ຕາງໜ້າບໍລິສັດພູທອນພັດທະນາຄົບວົງຈອນ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາຈັດຕັ້ງປະຕິບັດໂຄງການປັບປຸງສູນບໍລິການເຕັກນິກກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຂອງແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການ ເຊິ່ງມີ 2 ສັນຍາຄື: ສັນຍາ 1 ແມ່ນການຈັດຕັ້ງປະຕິບັດກິດຈະກໍາກໍ່ສ້າງ ແລະ ສັນຍາ 2 ແມ່ນການຈັດຊື້, ສະໜອງອຸປະກອນ ແລະ ປັດໃຈການຜະລິດກະສິກໍາ ມູນຄ່າລວມທັງ 2 ສັນຍາ 316,687 ໂດລາ 7 ກິດຈະກໍາ ໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 19 ຕຸລາ 2024 ແລະ ໄດ້ກວດກາຢັ້ງຢືນຜົນສໍາເລັດຂອງໂຄງການ 100% ຈາກຄະນະກໍາມະການຂັ້ນແຂວງຮ່ວມກັບໂຄງການ ຄັ້ງວັນທີ 26 ມີນາ 2025 ໃນພິທີໄດ້ລົງນາມເຊັນບົດບັນທຶກມອບ-ຮັບໂຄງການ ລະຫວາງທ່ານ ພູທອນ ວັນນະບົວທອງ ປະທານບໍລິສັດ ພູທອນພັດທະນາຄົບວົງຈອນ ຈໍາກັດຜູ້ດຽວ ແລະ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍຊ້ອງໜ້າທ່ານ ເຈົ້າແຂວງບໍລິຄໍາໄຊ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ຂ່າວ-ພາບ: ວຽງສະຫວັນ