ສາເຫດ ເບ ສະຫວັນ ແຊັມເກົ່າເປີດຕົວເສຍ ຫຼັງປ່ອຍ 5 ນັກເຕະຫຼັກອອກຈາກທີມ ໃນຟຸດຊໍລີກ 2025

0
96

ແຊ້ມເກົ່າ ສະໂມສອນ ເບສະຫວັນ ເອັຟຊີ ຂຶ້ນນໍາກ່ອນ ກ່ອນພິກເສຍໃຫ້ກັບ ສະໂມສອນຟຸດຊໍ ຊີທີເອ ພາວເວີ້ ແຊງຊະນະ 7-5 ໃນການແຂ່ງຂັນ ລາວ ຟຸດຊໍ ລີກ 2025 LAO FUTSAL LEAGUE 2025 ອາທິດທີ 1 ຈັດຂຶ້ນໃນວັນເສົາ 26 ເມສາ 2025 ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ.

ແນ່ນອນຈາກຜົນດັ່ງກ່າວເຮັດໃຫ້ ແຟນໆຂອງ ເບສະຫວັນ ເອັຟຊີ ກໍຕ່າງເປັນຫ່ວງກັບເສັ້ນທາງການປ້ອງກັນແຊັມ ລາວຟຸດຊໍລີກ ປີນີ້ ເພາະການປ່ອຍ 5 ນັກເຕະຕົວຫຼັກ ໄດ້ສົ່ງຜົນຕໍ່ທີມຫຼາຍປະກອບດ້ວຍ: ຄໍາຜາ ພິພັກຄະວົງ, ວັນນະສອນ, ພຸດສະຫວັນ, ບຸນມາ ຫຼໍ່ວົງສາ ແລະ ບຸນທະວີ ສີປະສົງ ເຊິ່ງທັງໝົດເປັນຕົວເກັ່ງ ປະສົບການທີມຊາດ ຍິງຄົມຫຼິ້ນເຂົ້າກັນໄດ້ດີ ແລະ ເປັນຕົວທ໊ອບໃນວົງການຟຸດຊໍລາວ.

ຫຼ້າສຸດ ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານສະໂມສອນ ເບສະຫວັນ ເອັຟຊີ ໃຫ້ສໍາພາດກັບທີມງານພວກເຮົາວ່າ: ສຳລັບ ສະໂມສອນ ເບສະຫວັນ ເອັຟຊີ ຊຸດນີ້ ໄດ້ເນັ້ນສ້າງນັກເຕະໜຸ່ມນ້ອຍ ທີ່ກຳລັງຂຶ້ນມາໃໝ່ ປະສົມປະສານກັບ ນັກເຕະຈອມເກົາ ນຳໂດຍ ສຸລິຈັນ ພະສະແຫວງ ນັກເຕະບານຟຸດຊໍ ຊຸບເປີສະຕາຣ໌ທີມຊາດລາວ ເຊິ່ງແນ່ນອນ ພວກເຮົາໄປປ່ອຍຕົວປະສົບການອອກຈາກທີມຫຼາຍຄົນ ເຮັດໃຫ້ສົ່ງຜົນຕໍ່ກັບທີມຫຼາຍ ແລະ ພວກເຮົາມີເວລາຊ້ອມບໍ່ຮອດເດືອນສໍານັກເຕະໃໝ່. ດັ່ງນັ້ນ ຈິ່ງເຮັດໃຫ້ນັດນີ້ພວກເຮົາເສຍໄປ. ຢ່າງໃດກໍຕາມ ນັດຕໍ່ໄປພວກເຮົາເຊື່ອວ່າທາງຄູຝຶກ ແລະ ນັກກິລາຈະມີເວລາໃນການຝຶກຊ້ອມ ປັບປຸງຈຸດບົກຜ່ອນ ເພື່ອກັບມາແຂ່ງຂັນໃຫ້ດີຂຶ້ນໃນນັດຕໍ່ໄປ.

ສໍາລັບ ນັດຕໍ່ໄປຂອງ ເບສະຫວັນ ເອັຟຊີ ມີນັດພົບກັບ ນ້ອງໃໝ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໃນວັນອາທິດທີ 4 ພຶດສະພາ 2025 ທີ່ສະໜາມໃນຮົ່ມ ສຕລ ບ້ານຫ້ວຍຫົງ ເວລາ 18:00 ໂມງ ໂດຍລາຍການນີ້ມີ 12 ສະໂມສອນເຂົ້າຮ່ວມຊີງແຊັນແຂ່ງຂັນພົບກັນໝົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ.

ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ຂະນະທີ່ລາງວັນປະເພດບຸກຄົນ ມີລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນນັກກິລາດີເດັ່ນ, ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here