ຢູ່ແຂວງຫຼວງພະບາງໃນ ວັນທີ 25 ເມສາ 2025 ໄດ້ມີການຝຶກອົບຮົມ ການຈັດຈຳແນກປະເພດຕະຫລາດຂອງເຂົ້າ ເພື່ອເປັນທິດທາງໃນການສົ່ງເສີມແນວພັນເຂົ້າຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມນຶກ ສຸວັດ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ນາງ ມາຣີ ຈີນດູ (Mary Jean Du) ຜູ້ຊ່ຽວຊານ ແລະ ຫົວໜ້າ ດ້ານວຽກງານປັບປຸງພັນເຂົ້າອາຊີຕາເວັນອອກສ່ຽງໃຕ້, ສະຖາບັນຄົ້ນຄວ້າເຂົ້ານາໆຊາດ, ພ້ອມດ້ວຍສຳມະນາກອນຕາງໜ້າຈາກ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ຫລວງພະບາງ, ຫລວງນ້ຳທາ, ຊຽງຂວາງ, ຫົວພັນ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອກວດສອບຂໍ້ມູນພື້ນທີ່ ຈະໄດ້ເກັບກຳຈາກພາກສ່ວນກ່ຽວຂ້ອງ ກັບພາກສ່ວນຕະຫລາດເຂົ້າ ໃຫ້ເປັນບຸລິມະສິດໃນ ສປປ ລາວ, ກວດສອບຂໍ້ມູນທີ່ກ່ຽວຂ້ອງກັບ ພາກສ່ວນຕະຫລາດເຂົ້າ ທີ່ເປັນບຸລິມະສິດໃນແຕ່ລະແຂວງ ເພື່ອວາງຍຸດທະສາດການຈັດວາງແນວພັນ ແລະຂະຫຍາຍແນວພັນເຂົ້າ ໃຫ້ເໝາະສົມ ແລະ ກວດສອບຄຸນລັກສະນະ ບຸລິມະສິດຂອງການພັດທະນາແນວຄວາມຄິດ ກ່ຽວກັບການຜະລິດແນວພັນເຂົ້າແຫ່ງຊາດ ໃຫ້ຖືກຕາມເປົ້າໝາຍຫລາຍຂຶ້ນ.
ການຈັດຕັ້ງປະຕິບັດໂຄງການປັບປຸງພັນເຂົ້ານີ້ ແມ່ນຂຶ້ນກັບຫລາຍປັດໄຈທີ່ກ່ຽວຂ້ອງ ເຊັ່ນ: ຄວາມແຕກຕ່າງຂອງລະບົບນິເວດ, ໄລຍະການສຸກແກ່, ວິທີການປູກ, ຄວາມກົດດັນທາງດ້ານຊີວະວິທະຍາ ແລະ ຊີວະພາບ ຈາກສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ຄວາມຕ້ອງການຂອງຕະຫລາດ ແລະແນວໂນ້ມຄວາມມັກ ຄວາມຕ້ອງການຂອງຜູ້ບໍລິໂພກ, ເປົ້າໝາຍຂອງກະສິກອນຜູ້ຜະລິດເຂົ້າ ທີ່ຫລາກຫລາຍ ຈໍາເປັນຈະຕ້ອງໄດ້ມີການກໍານົດ ດ້ານຕະຫລາດເປົ້າໝາຍ, ຂະໜາດ ແລະ ຄວາມເປັນໄປໄດ້ ຂອງຜົນກະທົບຕໍ່ການຜະລິດ ໃຫ້ຊັດເຈນ ເພື່ອຮັບປະກັນກ່ຽວກັບການຄົ້ນຄວ້າ ແລະ ນຳໃຊ້ແນວພັນເຂົ້າຢ່າງມີປະ ສິດທິພາບ, ຄວາມເຂົ້າໃຈທີ່ຊັດເຈນກ່ຽວ ກັບພາກສ່ວນຕະຫລາດ ແລະ ທ່າແຮງຜົນກະທົບ ຈະຊ່ວຍໃຫ້ການກຳນົດຄວາມຕ້ອງຂອງພາກສ່ວນຕະຫລາດເປົ້າໝາຍໄດ້ດີຂຶ້ນ.