ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ຄະນະກຳມາທິການແຮງງານ ວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 25 ເມສາ 2025 ເພື່ອປຶກສາຫາລື ວຽກງານການຮ່ວມມືພັດທະນາສີມືແຮງງານ. ຝາຍລາວນຳໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຝ່າຍໄທນຳໂດຍ ທ່ານ ວິຣັດ ຣັກພັນ ປະທານຄະນະກຳມາທິການແຮງງານ ວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບາງບັນຫາສຳຄັນ ເປັນຕົ້ນ ການຮ່ວມມືດ້ານການພັດທະ ນາສີມືແຮງງານ ໂດຍຮ່ວມມືສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກໍາມະການຮັບຜິດຊອບ ວຽກງານຮັບຮູ້ມາດຕະຖານສີມືແຮງງານເຊິ່ງກັນ ແລະ ກັນ, ໄດ້ສົມທຽບມາດຕະຖານສີມືແຮງງານ ຂະແໜງກໍ່ສ້າງເຄຫາສະຖານ ສາຂາອາຊີບຊ່າງກໍ່ ແລະ ສາຂາອາຊີບຊ່າງໂບກ ພາຍໃຕ້ໂຄງການຮັບຮູ້ສີມືແຮງງານອາຊຽນ ລະຫວ່າງ ລາວ ແລະ ໄທ; ການຮ່ວມມືດ້ານການຈ້າງແຮງງານ ໃນໄລຍະປີ 2022-2024 ເຊິ່ງມີຜູ້ອອກແຮງງານລາວ ເດີນທາງໄປເຮັດວຽກຢູ່ປະເທດໄທ ພາຍໃຕ້ລະບົບ (MOU) ຈໍານວນ 2 ແສນກວ່າຄົນ. ສໍາລັບປີ 2024 ກະຊວງແຮງງານ ໄດ້ຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ປະເທດໄທ ໂດຍສະເພາະໃນຂົງເຂດອຸດສາຫະກຳ, ຂົງເຂດກະສິກຳ ແລະ ການບໍລິການ 1 ແສນກວ່າຄົນ

ສຳລັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ-ສະເໜີ ສອງຝ່າຍສືບຕໍ່ສົມທົບຝ່າຍໄທ ເພື່ອຢັ້ງຢືນ ແລະ ຮັບຮອງຜົນການສົມທຽບ ມາດຕະຖານສີມືແຮງງານຂະແໜງກໍ່ສ້າງເຄຫາສະຖານ ສາຂາອາຊີບຊ່າງກໍ່ ແລະ ຊ່າງໂບກ ທີ່ໄດ້ດໍາເນີນການສົມທຽບສໍາເລັດໄລຍະຜ່ານມາ ແລະ ສືບຕໍ່ສົມທົບກັບກະຊວງແຮງງານ ແລະ ພາກສ່ວນກ່ຽວຂ້ອງຂອງໄທ ເພື່ອຈັດຕັ້ງປະຕິບັດໂຄງການຝຶກສີມືແຮງງານໃນສາຂາ-ອາຊີບບໍລິການ ໃຫ້ແຮງງານລາວ ກ່ອນທີ່ຈະໄປເຮັດຢູ່ປະເທດໄທ, ພ້ອມນັ້ນ ຍັງສະເໜີຝ່າຍໄທ ຊ່ວຍຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບຕໍ່ການປຶກສາຫາລື ແລະ ປັບປຸງເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານໄທ ສະບັບເຊັນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການຈ້າງແຮງງານ ລາວ-ໄທ ສະບັບເຊັນປີ 2017 ໂດຍສະເພາະ ຈະໄດ້ລົງເລິ່ກຄົ້ນຄ້ວາບາງມາດຕາ ທີ່ເຫັນວ່າເນື້ອໃນບໍ່ສອດຄ່ອງ ກັບການຈັດຕັ້ງປະຕິບັດຕົວຈິງໃນສະພາບປັດຈຸບັນ, ສືບຕໍ່ປະສານສົມທົບສ້າງກົນໄກການປະສານງານ ແລະ ຮ່ວມມື ເພື່ອຄົ້ນຄ້ວາປຶກສາຫາລືຄວາມເປັນໄປໄດ້ ໃນການລົງລົງເລິ່ກຮ່ວມມືໃນແຕ່ລະດ້ານ ເຊັ່ນ: ດ້ານການພັດທະນາສີມືແຮງງານ, ດ້ານການຄຸ້ມຄອງແຮງງານ ແລະ ດ້ານປະກັນສັງຄົມ ລະຫວ່າງ ສອງປະເທດ ເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ໄທ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ຕາມສະພາບເງື່ອນໄຂຂອງແຕ່ລະໄລຍະ, ລວມທັງ ສືບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ລາວ-ໄທ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນໃນປີ 2015 ແລະ ເພື່ອເປັນການຜັນຂະຫຍາຍເນື້ອໃນຜົນສໍາເລັດ ການພົບກັນຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄັ້ງທີ 20 ກຸມພາ 2025 ຜ່ານມາ.