ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຂໍ້ຕົກລົງວ່າດ້ວຍການຖອນນາຍຕຳຫຼວດທີ່ຂືຶ້ນກັບກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ແລະ ຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານປະຈຳການຢູ່ພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ, ດ່ານ ສາກົນນ້ຳພາວ ແລະ ດ່ານ ສາກົນປາກຊັນ, ໄດ້ຈັດມີພິທີປະກາດຂຶ້ນ ຕອນເຊົ້າ ວັນທີ 25 ເມສາ 2025 ນີ້ຢູ່ທີ່ຫ້ອງປະຊຸມ ດ່ານ ຕມ ສາກົນປາກຊັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີຫົວໜ້າຫ້ອງການເມືອງ, ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ຫົວໜ້າ, ຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນ ປາກຊັນ, ແຂກຖືກເຊີນຈາກພະແນກການກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 798/ປກສ, ລົງວັນທີ 10 ເມສາ 2025, ວ່າດ້ວຍການຖອນນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ຄື: 01, ພັທ ປອ ຄຳຜັນ ບຸນມີໄຊ ຈາກຫົວໜ້າຄະນະຄຸ້ມຄອງດ່ານ ສາກົນນ້ຳພາວ ກັບຄືນມາເປັນຮອງ ຫົວໜ້າກອງບັນຊາການ ປກສ ແຂວງ, 02, ພັທ ວົງວິໄລ ອິນທິສານ ຈາກຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ກັບຄືນມາເປັນຮອງຫົວໜ້າຫ້ອງສັນຕິບານ ປສກ ແຂວງ ແລະ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ, ເລກທີ 2378/ ປກສ.ບຊ, ລົງວັນທີ 24 ເມສາ 2025, ວ່າດ້ວຍການແຕ່ງຕັ້ງພະນັກງານປະຈໍາການຢູ່ພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ດ່ານ ສາກົນນ້ຳພາວ ແລະ ດ່ານ ສາກົນປາກຊັນ ຕື່ມອີກ.
ຈາກນັ້ນ ທ່ານ ພັທ ວົງວິໄລ ອິນທິສານ ຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ( ຜູ້ເກົ່າ ) ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຜົນງານໃນໄລຍະຜ່ານມາຕະຫຼອດເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ຫຼັງຈາກນັ້ນຍັງໄດ້ຜ່ານບົດບັນທຶກ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ພັທ ວົງວິໄລ ອິນທິສານ ຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ( ຜູ້ເກົ່າ ) ແລະ ທ່ານ ໄກສອນ ສີຈັນທະເລືອງ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ( ຜູ້ໃໝ່ ) ຢ່າງເປັນທາງການ.
ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້, ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ກ່າວວ່າ ການຖອນ ແລະ ແຕ່ງຕັ້ງ ຮັກສາການຫົວໜ້າດ່ານ ຕມ ສາກົນປາກຊັນ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງກໍ່ຄືວຽກງານປ້ອງກັນຄວາມສະຫົງບໃນໄລຍະໃໝ່ ໃນການນຳພາ-ບັນຊາ ແຕ່ລະເລົ່າຮົບວິຊາສະເພາະ ທົ່ວກຳລັງປ້ອງກັນຄວາມສະຫງົບ, ເວົ້າສະເພາະ ກໍ່ຄື ດ່ານ ຕມ ສາກົນ ປາກຊັນ ແຂວງບໍລິຄຳໄຊ, ເພື່ອເຮັດໜ້າທີ່ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ໃຫ້ມີຄວາມສະຫງົບສຸກປອດໄພ, ທັນສະໄໝເທື່ອລະກ້າວ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ ຜູ້ຖືກແຕ່ງຕັ້ງ ແລະ ຍົກຍ້າຍໄປປະຈຳການຢູ່ບ່ອນໃໝ່ຈົ່ງນຳໃຊ້ຄວາມຮູ້, ຄວາມສາມາດ, ປະສົບການ ໝູນໃຊ້ເຂົ້້າໃນການບັນຊາວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນສໍາເລັດ ແລະ ມີໃບໜ້າອັນໃໝ່, ມີການພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ໜັງສືພິມບໍລິຄຳໄຊ